• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບລັດຖະມົນຕີກະຊວງພັດທະນາເສດຖະກິດ ແລະ ເຕັກໂນໂລຢີ ສະໂລເວເນຍ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ສະເໜີ ໃຫ້ສະໂລເວເນຍ ຊຸກຍູ້ ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກ ໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA), ສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ,

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງພັດທະນາເສດຖະກິດ  ແລະ ເຕັກໂນໂລຢີ ສະໂລເວເນຍ  Zdravko Pocivalsek (ພາບ: baoquocte.vn)

ຕອນບ່າຍວັນທີ 8 ພະຈິກ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງພັດທະນາເສດຖະກິດ ແລະ ເຕັກໂນໂລຢີ ສະໂລເວເນຍ Zdravko Pocivalsek ທີ່ພວມຢ້ຽມຢາມຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ສະເໜີ ໃຫ້ສະໂລເວເນຍ ຊຸກຍູ້ ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກ ໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA), ສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ ເພື່ອແນໃສ່ນໍາມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ບັນດາຝ່າຍທີ່ໄດ້ລົງນາມ, ປະກອບສ່ວນເພີ່ມທະວີການແລກປ່ຽນການຄ້າສອງຝ່າຍໃຫ້ຫຼາຍກວ່າອີກ. ທ່ານ ລັດຖະມົນຕີກະຊວງພັດທະນາເສດຖະກິດ ແລະ ເຕັກໂນໂລຢີ ສະໂລເວເນຍ Zdravko Pocivalsek ຕີລາຄາສູງບົດບາດ, ຄວາມສາມາດບົ່ມຊ້ອນຂອງຫວຽດນາມໃນພາກພື້ນ, ພ້ອມທັງເນັ້ນໜັກເຖິງຄວາມສໍາຄັນ ແລະ ສະໜັບສະໜູນການໃຫ້ສັດຕະຍາບັນສັນຍາການຄ້າສອງສະບັບດັ່ງກ່າວລະຫວ່າງ ຫວຽດນາມ - ສະຫະພາບເອີຣົບໂດຍໄວ. ເນື່ອງໃນໂອກາດນີ້, ສອງຝ່າຍເຫັນດີເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຂອງທັງສອງຝ່າຍ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ, ຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊ່ິງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top