• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍ໊ວັນເຖື໋ອງ ພົບປະ ແລະ ເຮັດວຽກກັບທ່ານນາຍົກລັດຖະມົນຕີ ແລະ ປະທານສະພາຕໍ່າ ມາຣົກ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາຊະອານາຈັກ ມາຣົກ ແຕ່ວັນທີ 13 – 17 ມິຖຸນາ, ທ່ານ ຫວໍ໊ວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ມາຣົກ Saad Eddine El Othmani ແລະ ທ່ານປະທານສະພາຕໍ່າ Habib El Malki, ພ້ອມກັນນັ້ນ ກໍມີການພົບປະກັບ ການນໍາ 4 ພັກພັນທະມິດກໍາອໍານາດ.
ທີ່ການພົບປະກັບທ່ານນາຍົກລັດຖະມົນຕີມາຣົກ Saad Eddine El Othmani, ທ່ານ ຫວໍ໊ວັນເຖື໋ອງ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ ເພື່ອໃຫ້ ມາຣົກ ເປີດກວ້າງການພົວພັນກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະ ແມ່ນເມື່ອຫວຽດນາມ ເປັນປະທານ ອາຊຽນ ໃນປີ 2020. ທ່ານ ຫວໍ໊ວັນເຖື໋ອງ ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືກັບ ມາຣົກ ໃນທຸກຂົງເຂດ, ໂດຍສະເພາະແມ່ນການທ່ອງທ່ຽວ, ວັດທະນະທໍາ, ພະລັງງານສະອາດ, ກະສິກໍາ; ພ້ອມທັງປາດຖະໜາວ່າ ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານ ມາຣົກ ຈະເອົາໃຈໃສ່ເຖິງການຍູ້ແຮງການພົວພັນລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດ.

ທ່ານ ຫວໍ໊ວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ມາຣົກ Saad Eddine El Othmani (ພາບ: TTXVN)

 ສ່ວນທ່ານນາຍົກລັດຖະມົນຕີ ມາຣົກ Saad Eddine El Othmani ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ມາຣົກ ຄວນຜັນຂະຫຍາຍບັນດາຂໍ້ຕົກລົງວ່າດ້ວຍການຮ່ວມມື ທີ່ໄດ້ລົງນາມກັນ ໂດຍໄວ, ຊຸກຍູ້ການທາບທາມຄໍາເຫັນດ້ານການເມືອງ, ພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ໃຫ້ຫຼາຍກວ່າອີກ, ສືບຕໍ່ສ້າງກົນໄກ ເພື່ອອໍານວຍຄວາມສະດວກໃຫ້ວິສາຫະກິດສອງຝ່າຍ ເປີດກວ້າງການຮ່ວມມືນໍາກັນ. ລັດຖະບານ ມາຣົກ ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອການພົວພັນລະຫວ່າງລັດຖະບານສອງປະເທດ ໃຫ້ນັບມື້ນັບພັດທະນາກວ່າອີກ.

        ທີ່ການພົບປະກັບ ທ່ານປະທານສະພາຕໍ່າມາຣົກ Habib El Malki, ທ່ານ ຫວໍ໊ວັນເຖື໋ອງ ປາດຖະໜາວ່າ ປະທານສະພາຕໍ່າ ມາຣົກ ຈະເອົາໃຈໃສ່ເຖິງການພົບປະແລກປ່ຽນຄະະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດໃຫ້ຫຼາຍກວ່າອີກ; ຕິດຕາມກວດກາ, ສ້າງຄວາມສະດວກເພື່ອໃຫ້ຂໍ້ຕົກລົງສະບັບຕ່າງໆທີ່ລັດຖະບານສອງປະເທດໄດ້ລົງນາມກັນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ສືບຕໍ່ສົມທົບ, ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນ ເວທີປາໄສລັດຖະສະພາສາກົນ.

        ທ່ານປະທານສະພາຕໍ່າ ມາຣົກ Habib El Malki ເນັ້ນໜັກວ່າ ສະພາແຫ່່ງຊາດ ມາຣົກ ປາດຖະໜາ ຢາກໃຫ້ຫວຽດນາມ ສະໜັບສະໜູນ ເພື່ອເພີ່ມທະວີການພົວພັນກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ມາຣົກ ຢາກກາຍເປັນຜູ້ສັງເກດການ ເວທີປາໄສ ລັດຖະສະພາ ອາຊຽນ ໂດຍໄວ ເພື່ອສາມາດສ້າງຄວາມຜູກພັນກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ຫຼາຍກວ່າອີກ.

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ວັນທີ 17 ມິຖຸນາ,  ທ່ານຫວໍ໊ວັນເຖື໋ອງ ຍັງມີການພົບປະ ແລະ ເຮັດວຽກກັບ ທ່ານປະທານສະພາເຂດ Casablanca ແລະ ເຈົ້າແຂວງໆ Casablanca (ຜູ້ຕາງໜ້າຂອງລາຊະອານາຈັກ ມາຣົກ ປະຈໍາ Casablanca).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top