• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານພົນໂທ ຫງວຽນຈີ໊ວິ້ງ ຕ້ອນຮັບທີ່ປຶກສາດ້ານການທະຫານອາເມລິກາ

ຕອນບ່າຍວັນທີ 12 ກັນຍາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ໃຫ້ການຕ້ອນຮັບ ທ່ານພັນເອກ Thomas Stevenson, ທີ່ປຶກສາດ້ານການທະຫານ ອາເມລິກາ ເຂົ້າຢ້ຽມຄຳນັບເນື່ອງໃນໂອກາດທີ່ ທ່ານມາດຳລົງຕຳແໜ່ງປະຕິບັດງານຢູ່ ສສ.ຫວຽດນາມ.

ທ່ານພົນໂທຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບ ທ່ານພັນເອກ Thomas Stevenson, ທີ່ປຶກສາດ້ານການທະຫານ ອາເມລິກາ (ພາບ: qdnd.vn)

ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິງ ມີຄວາມປາດຖະໜາວ່າ: ໃນອາຍຸການປະຕິບັດງານຂອງຕົນ, ທ່ານພັນເອກ Thomas Stevenson ຈະປະກອບສ່ວນສຳຄັນຢ່າງແທດຈິງເຂົ້າໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າການນຳ ກະຊວງປ້ອງກັນປະເທດຫວຽດນາມແລະບັນດາສຳນັກງານ, ກົມກອງທີ່ກ່ຽວຂ້ອງຈະສ້າງເງື່ອນໄຂສະດວກເພື່ອໃຫ້ ທ່ານພັນເອກ Thomas Stevenson ເພື່ອສຳເລັດວຽກງານໄດ້ເປັນຢ່າງດີໃນອາຍຸການປະຕິບັດງານຢູ່ຫວຽດນາມ.

        ທ່ານພັນເອກ Thomas Stevenson ກໍ່ຢັ້ງຢືນວ່າ: ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເຂົ້າໃນການປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງຫວຽດນາມ-ອາເມລິກາໃຫ້ນັບມື້ນັບພັດທະນາດ້ວຍເນື້ອໃນການຮ່ວມມືແທດຈິງຫຼາຍຢ່າງແລະສອດຄ່ອງກັບສາຍພົວພັນລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top