• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ Donald Trump ຫຍໍ້ສັ້ນໄລຍະຫ່າງກັບຜູ້ອອກສະໝັກຮັບເລືອກຕັ້ງ Joe Biden

      ຕາມໝາກຜົນການຢັ່ງຫາງສຽງທີ່ປະກາດໃນວັນທີ 28 ກັນຍາ, ກ່ອນທີ່ດຳເນີນການໂຕ້ວາທີສຳຄັນທຳອິດໃນຂັ້ນຕອນການເລືອກຕັ້ງລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ 2 ທ່ານຂອງພັກສາທາລະນະ ແລະ ພັກປະຊາທິປະໄຕ, ທ່ານປະທານາທິບໍດີ Donald Trump ໄດ້ຮັດແຄບໄລຍະຫ່າງກັບຜູ້ອອກສະໝັກຮັບເລືອກຕັ້ງ Joe Biden.

ທ່ານປະທານາທິບໍດີ Donald Trump (ພາບ: AFP/TTXVN)
      ໝາກຜົນການຢັ່ງຫາງສຽງຫຼ້າສຸດໂດຍ Harvard CAPS/Harris ປະຕິບັດໄດ້ສະແດງໃຫ້ເຫັນວ່າ 47% ຜູ້ມີສິດເລືອກຕັ້ງອາດຈະໄປປ່ອນບັດໃຫ້ຮູ້ວ່າ ຈະສະໜັບສະໜູນໃຫ້ທ່ານອະດີດຮອງປະທານາທິບໍດີ Joe Biden ຖ້າຫາກການເລືອກຕັ້ງດຳເນີນໃນໄລຍະເວລາປະຕິບັດການຢັ່ງຫາງສຽງ, ໃນຂະນະນັ້ນ ອັດຕາຜູ້ມີສິດເລືອກຕັ້ງປ່ອນບັດສະໜັບສະໜູນໃຫ້ທ່ານປະທານາທິບໍດີ Trump ແມ່ນ 45%. ດ້ວຍໝາກຜົນດັ່ງກ່າວ, ທ່ານປະທານາທິບໍດີ Donald Trump ໄດ້ຮັດແຄບໄລຍະຫ່າງກັບທ່ານ Joe Biden 2 ຄະແນນ ເມື່ອທຽບໃສ່ໝາກຜົນການຢັ່ງຫາງສຽງໃນເດືອນ ສິງຫາ.
        ພາຍຫລັງການໂຕ້ວາທີຄັ້ງທຳທິດ, ການໂຕ້ວາທີລະຫວ່າງທ່ານປະທານາທິບໍດີ Donald Trump ແລະ ທ່ານ Joe Biden ຄັ້ງຕໍ່ໄປຈະດຳເນີນໃນວັນທີ 15 ຕຸລາ ແລະ 22 ຕຸລາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top