• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ສ. ອິນໂດເນເຊຍ ສີ້ນສຸດ ການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ

ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ອິນໂດເນເຊຍ ກ່ຽວກັບ ເລື່ອງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ.

ພາບປະກອບ

ວັນທີ 12 ກັນຍາ, ທ່ານປະທານາທິບໍດີ ສາທາລະນະລັດ ອິນໂດເນເຊຍ Joko Widodo ແລະ ພັນລະຍາ ໄດ້ສິ້ນສຸດ ການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ຢ່າງຈົບງາມ, ໃນວັນທີ 11-12 ກັນຍາ, ຕາມຄຳເຊີນຂອງທ່ານ ປະທານປະເທດ ເຈິ່ນດ້າຍກວາງ ແລະ ພັນລະຍາ.

ໃນຂອບການຢ້ຽມຢາມ, ທ່ານປະທານາທິບໍດິ Joko Widodo ໄດ້ມີການພົບປະເຈລະຈາ ກັບທ່ານປະທານປະເທດ ເຈິ່ນດ້າຍກວາງ; ໄດ້ເຂົ້າພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ອິນໂດເນເຊຍ ກ່ຽວກັບ ເລື່ອງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ.

ທີ່ບັນດາການພົບປະເຈລະຈາ, ທັງສອງຝ່າຍ ເຫັນດີເປັນເອກະພາບ  ຮັກສາການພົບປະແລກປ່ຽນຄະນະ ຜູ້ແທນຂັ້ນສູງ ຢ່າງເປັນປົກກະຕິ ແລະ ສ້າງ ກາລະໂອກາດ ຫຼາຍຢ່າງຕື່ມອີກ ເພື່ອແລກປ່ຽນທັດສະນະ, ແນວຄວາມຄິດ, ຂໍ້ລິເລີ່ມ ສຳລັບບັນດາບັນຫາຍຸດທະສາດ ຜ່ານບັນດາກົນໄກ ແລະ ປຶກສາຫາລືສອງຝ່າຍ; ເພີ່ມທະວີການຮ່ວມມືໜູນຊ່ວຍດ້ານກົດໝາຍ, ຕໍ່ສູ້ປ້ອງກັນ ແລະ ຕ້ານອາດຊະຍາກຳມີການຈັດຕັ້ງ ຂ້າມຊາດ…

ສອງຝ່າຍຢັ້ງຢືນຄືນ ເລື່ອງສະໜັບສະໜູນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຊົມເຊີຍຄວາມຄືບໜ້າທີ່ດີ ຂອງການຮ່ວມມື ລະຫວ່າງ ອາຊຽນ ແລະ ຈີນ ແລະ ມີຄວາມປິຕິຊົມຊື່ນຕໍ່ໜ້າຄວາມຄືບໜ້າທີ່ແທດຈິງ ໃນການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງ.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນ ໂຄງການດຳເນີນງານ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດອິນໂດເນເຊຍ ໄລຍະ 2019-2023 ແລະ ແຈ້ງການຮ່ວມວ່າດ້ວຍ ການສະໜັກໃຈເຂົ້າຮ່ວມການຮ່ວມມືສາກົນກ່ຽວກັບຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ ປະຕິບັດຕາມຂໍ້ ກຳນົດ (IUU) ແລະ ຊຸກຍູ້ການຄຸ້ມຄອງອາຊີບຫາປາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top