• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ໂອ້ລົມທາງໂທລະສັບກັບ ນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide

ວັນທີ 17 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸຸ່ນ Suga Yoshihide.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ. (ພາບ: VGP)

ທີ່ການໂອ້ລົມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ສະເໜີໃຫ້ 2 ຝ່າຍຈົ່ງສຸມໃສ່ຊຸກຍູ້ 5 ຂົງເຂດຮ່ວມມືລວມມີ: ສືບຕໍ່ຮ່ວມມື ແລະ ໜູນຊ່ວຍການພັດທະນາພື້ນຖານໂຄງລ່າງ; ໜູນຊ່ວຍຄວາມສາມາດສຳພັດກັບແຫຼ່ງສະໜອງ ແລະ ຮ່ວມມືໃນການຖ່າຍທອດເຕັກໂນໂລຊີກ່ຽວກັບວັກຊິນກັນໂຄວິດ-19 ໂດຍໄວ; ສົ່ງເສີມ, ໜູນຊ່ວຍວິສາຫະກິດຍີ່ປຸ່ນ ເພີ່ມທະວີການລົງທຶນເຂົ້າຫວຽດນາມ; ສືບຕໍ່ໜູນຊ່ວຍຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນສະພາບການໃໝ່…

        ໂດຍເຫັນດີຕໍ່ກັບຄຳສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ຢືນຢັນວ່າ, ຈະສືບຕໍ່ໜູນຊ່ວຍຫວຽດນາມ ພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະແມ່ນໃນຂົງເຂດຄົມມະນາຄົມຂົນສົ່ງ, ພະລັງງານ, ສິ່ງແວດລ້ອມ; ການຫັນເປັນດີຈີຕອນ, ສືບຕໍ່ໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ກໍ່ເນັ້ນໜັກວ່າ, ຍີ່ປຸ່ນ ຈະໜູນຊ່ວຍ, ຮ່ວມມືກັບຫວຽດນາມ ຢ່າງສຸດຂີດ ເພື່ອຮັບປະກັນວັກຊິນກັນໂຄວິດ-19 ທີ່ຈຳເປັນ…

        ນາຍົກລັດຖະມົນຕີທັງ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ; ເຫັນດີນຳກັນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ອາຊຽນ.

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top