• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ: ຕ້ອງປະຕິບັດເປົ້າໝາຍສ້າງປະເທດຫວຽດນາມ ຈະເລີນຮຸ່ງເຮືອງ ໃຫ້ປະກົດຜົນເປັນຈິງ

      ການໂອ້ລົມສົນທະນາ 2045” ຈະຖືກຈັດຂຶ້ນເປັນປະຈຳປີກ່ຽວກັບຫຼາຍຫົວເລື່ອງຕ່າງກັນຄື: ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ເສດຖະກິດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ…ໂດຍມີການເປັນປະທານຂອງບັນດາການນຳພັກ, ລັດຫວຽດນາມ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ກ່າວຄຳເຫັນໄຂກອງປະຊຸມ  (ພາບ:VGP/Quang Hiếu)
      ຕອນບ່າຍວັນທີ 6 ມີນາ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ໄດ້ເປັນປະທານ “ການໂອ້ລົມສົນທະນາ 2045” ກັບບັນດາຜູ້ຕາງໜ້າວິສາຫະກິດ, ນັກປັນຍາຊົນດີເດັ່ນ, ຜູ້ຊ່ຽວຊານ… ເພື່ອແນໃສ່ຮັບຟັງສຽງເວົ້າຈາກບັນດານັກປັນຍາຊົນ ແລະ ວິສາຫະກິດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຝຸກຊີ້ແຈງວ່າ: ປີ 2045 ແມ່ນຈຸດເວລາສະເຫຼີມສະຫຼອງ 70 ແຫ່ງວັນປະເທດຊາດໄດ້ຮັບການທ້ອນໂຮມເປັນເອກະພາບ ແລະ ຫວຽດນາມ ມີຄວາມເຊື່ອໝັ້ນຢ່າງແນວແນວ່າ: ຄວາມມຸ່ງມາດປາດຖະໜາຂອງປະທານໂຮ່ຈີມິນ ກ່ຽວກັບປະເທດຫວຽດນາມ ທີ່ສະຫງ່າລາສີ ເທົ່າທຽມກັບບັນດາປະເທດມະຫາອຳນາດ ຈະປະກົດຜົນເປັນຈິງ
          ຢາກໃຫ້ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງຕ້ອງຖືການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນເປັນສຳຄັນ. ຢາກມີຄວາມສະຫງ່າງລາສີ ເທົ່າທຽມກັບບັນດາປະເທດມະຫາອຳນາດ, ຕ້ອງມີວິສາຫະກິດທີ່ໃຫ່ຍໂຕເຂັ້ມແຂງ, ມີເຄື່ອງໝາຍການຄ້າທີ່ມີກຳລັງແກ້ງແຍ້ງກັບພາກພື້ນ ແລະ ທົ່ວໂລກໄດ້, ພິເສດແມ່ນຕ້ອງມີແຫຼ່ງກຳລັງມະນຸດທີ່ດີເດັ່ນ ເພື່ອສາມາດຮັບຜິດຊອບບັນດາວຽກງານໃຫ່ຍຂອງປະເທດຊາດໄດ້.
   ທີ່ການໂອ້ລົມສົນທະນາ, ການນຳຫຼາຍກຸ່ມບໍບິສັດ ສະແດງຄວາມເຫັນດີເຫັນພ້ອມກັບເປົ້າໝາຍ ເພື່ອສ້າງປະເທດຫວຽດນາມ ຈະເລີນຮຸ່ງເຮືອງ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊັວນຝຸກ ຍົກອອກມາ ພ້ອມທັງສະເໜີໃຫ້ລັດຖະບານ ຈົ່ງຍູ້ແຮງການພັດທະນາອຸດສາຫະກຳສຳຮອງ, ສ້າງກຳລັງແກ່ງແຍ້ງໃຫ້ແກ່ລະບົບສະໜອງ, ບຸລິມະສິດການລົງທຶນເພື່ອກໍ່ສ້າງພື້ນຖານໂຄງລ່າງ, ເສີມຂະຫຍາຍກຳລັງພາຍໃນ ເພື່ອຮັບກຳລັງພາຍນອກ…
   “ການໂອ້ລົມສົນທະນາ 2045” ຈະຖືກຈັດຂຶ້ນເປັນປະຈຳປີກ່ຽວກັບຫຼາຍຫົວເລື່ອງຕ່າງກັນຄື: ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ເສດຖະກິດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ…ໂດຍມີການເປັນປະທານຂອງບັນດາການນຳພັກ, ລັດຫວຽດນາມ.
(ແຫຼ່ງຄັດຈາກ VOV)


ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top