• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເຂົ້າຮ່ວມເວທີປາໄສຊາວໜຸ່ມເລີ່ມທຸລະກິດ 2020

      ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ສະຫະພັນຊາວໜຸ່ມຫວຽດນາມ ສ້າງລາຍການເຄື່ອນໄຫວພາຍຫຼັງເວທີປາໄສໂດຍໄວ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ເວທີປາໄສຊາວໜຸ່ມເລີ່ມທຸລະກິດ 2020
(ພາບ: TTXVN)
      ຕອນບ່າຍວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ສົມທົບກັບສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດພິທີໄຂ “ວັນບຸນເລີ່ມທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ - Techfest 2020” ແລະ ເວທີປາໄສຊາວໜຸ່ມເລີ່ມທຸລະກິດປີ 2020 ດ້ວຍຫົວຂໍ້ “ພ້ອມກັບປະເທດຊາດຜ່ານຜ່າສິ່ງທ້າທາຍ”.
        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສຊາວໜຸ່ມເລີ່ມທຸລະກິດ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ເວທີປາໄສແມ່ນໂອກາດເພື່ອວາງອອກບັນດາມາດຕະການແກ້ໄຂຢ່າງລະອຽດ, ແທດຈິງ ເພື່ອໃຫ້ບັນດາເພື່ອນໜຸ່ມສາມາດເສີມຂະຫຍາຍພູມປັນຍາຄວາມສຸດຈິດສຸດໃຈ, ຄວາມເມົາມົວຫຼົງໄຫຼຂອງຕົນເພື່ອເລີ່ມທຸລະກິດ, ຫັນຄວາມຝັນໃຫ້ປະກົດຜົນເປັນຈິງ.
        ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ສະຫະພັນຊາວໜຸ່ມຫວຽດນາມ ສ້າງລາຍການເຄື່ອນໄຫວພາຍຫຼັງເວທີປາໄສໂດຍໄວ ເພື່ອໜູນຊ່ວຍຊາວໜຸ່ມເລີ່ມທຸລະກິດ ແລະ ສົມທົບກັບບັນດາຂະແໜງ, ບັນດາອົງການທີ່ກ່ຽວຂ້ອງສຸມໃສ່ແກ້ໄຂບັນດາຮົ້ວກີດຂວາງ.
(ແຫຼ່ງຄັດຈາກ VOV)
 

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top