• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕອບສຳພາດຕໍ່ນັກຂ່າວໜັງສືພິມ ໄທ “The Nation”

      ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ ບາງກອກ, ໄທ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕອບສຳພາດຕໍ່ນັກຂ່າວໜັງສືພິມ ໄທ “The Nation”.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ແລະ ຈະຕັ້ງໜ້າເຂົ້າຮ່ວມການຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງໄທ, ຊຶ່ງເປັນປະທານ ອາຊຽນ 2019, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ມີຄວາມປາດຖະໜາຢາກພ້ອມກັບບັນດາປະເທດ ສະມາຊິກສ້າງຕັ້ງ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ, ສວມບົດບາດແມ່ນໃຈກາງໃນພາກພື້ນ, ມີກຳລັງຄວາມສາມາດ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ເມື່ອດຳລົງຕຳແໜ່ງປະທານອາຊຽນ ໃນ ປີ 2020, ຫວຽດນາມຈະສືບທອດ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ອາຊຽນບັນລຸໄດ້ໃນຊຸມປີຜ່ານມາ, ສືບຕໍ່ປະກອບສ່ວນປະຕິບັດວິໄສທັດ ອາຊຽນ 2025 ໃຫ້ສຳເລັດ, ເພື່ອ ອາຊຽນສາມັກຄີ, ໝັ້ນຄົງເຂັ້ມແຂງ, ຮ່ວມສຳພັນຢ່າງແໜ້ນແຟ້ນ, ມີບົດບາດ, ຖານະຕຳແໜ່ງໃນພາກພື້ນ ແລະ ສາກົນ.
            ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບແງ່ຫວັງ ແລະ ທິດທາງພັດທະນາການພົວພັນລະຫວ່າງ ຫວຽດນາມ - ໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນຮັກສາທ່າພັດທະນາການພົວພັນໃນ 4 ດ້ານຕົ້ນຕໍລວມມີ: ເພີ່ມທະວີການຮ່ວມມືທາງການຄ້າ, ການລົງທຶນ, ມຸ່ງໄປສູ່ເປົ້າໝາຍວົງເງິນການຄ້າສອງສົ້ນບັນລຸໄດ້ 20 ຕື້ USD ໃນ ປີ 2020, ເສີມຂະຫຍາຍບັນດາສິ່ງທີ່ຄ້າຍຄືກັນກ່ຽວກັບ ວັດທະນະທຳ, ສາສະໜາ, ພູມີສາດ - ເສດຖະກິດໃຫ້ໄດ້ຢ່າງສຸດຂີດ, ເພິ່ມທະວີການ ຮ່ວມສຳພັນຢ່າງ ເລິກເຊິ່ງກວ້າງຂວາງຢູ່ອານຸພາກພື້ນແມ່ນ້ຳຂອງ ແລະ ໜູນໃຊ້ບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top