• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄປຮອດ ມົດສະກູ, ສືບຕໍ່ລາຍການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ

ຕອນຄໍ່າວັນທີ 21 ພຶດສະພາ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນ Vnukovo 2, ນະຄອນຫຼວງມົດສະກູ, ສືບຕໍ່ບັນດາລາຍການເຄື່ອນໄຫວສໍາຄັນໃນຂອບເຂດການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitri Medvedev. 
ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດຢູ່ສະໜາມບິນ Vnukovo 2 ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງສອງປະເທດ.

ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດ (ພາບ:chinhphu.vn)

ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ແລະ ໂອ້ລົມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ສະຫະພັນ ລັດເຊຍ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ ຮັບຊາບກ່ຽວກັບສະພາບການພັດທະນາຂອງປະເທດຊາດ; ພ້ອມກັນນັ້ນ, ກໍຮຽກຮ້ອງສະຖານທູດ ຈົ່ງເອົາໃຈໃສ່ກ່ຽວກັບວຽກງານປະຊາຄົມ, ວຽກງານກົງສູນເພື່ອໃຫ້ປະຊາຊົນຫວຽດນາມທຸກຄົນທີ່ອາໄສຢູ່ ລັດເຊຍ ຕ່າງກໍໄດ້ຮັບຄວາມເອົາໃຈໃສ່ ແລະ ເບິ່ງແຍງຈາກສະຖານທູດ.

        ໃນໄລຍະຢ້ຽມຢາມຢູ່ມົດສະກູ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີບັນດາການເຈລະຈາ, ພົບປະກັບບັນດາການນໍາ ສະຫະພັນ ລັດເຊຍ. ພິເສດ, ໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມຂອງການຢ້ຽມຢາມຄັ້ງນີ້ ນັ້ນແມ່ນ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ພ້ອມກັບ ການນໍາຂັ້ນສູງ ລັດເຊຍ ຈະເປັນປະທານພິທີໄຂ ປີ ຫວຽດນາມ - ລັດເຊຍ, ລັດເຊຍ - ຫວຽດນາມ; ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ລັດເຊຍ. ຄາດວ່າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະໃຫ້ການຕ້ອນຮັບການນໍາວິສາຫະກິດໃຫຍ່ຂອງ ລັດເຊຍ ຈໍານວນໜຶ່ງ; ພົບປະກັບສະມາຄົມນັກຮົບເກົ່າ ທີ່ເຂົ້າຮ່ວມສົງຄາມຢູ່ຫວຽດນາມ, ສະມາຄົມມິດຕະພາບລັດເຊຍ - ຫວຽດນາມ ແລະ ມອບຫຼຽນໄຊມິດຕະພາບໃຫ້ພົນລະເມືອງ ລັດເຊຍ ຈໍານວນໜຶ່ງ ທີ່ໄດ້ມີບັນດາການປະກອບສ່ວນອັນຕັ້ງໜ້າເຂົ້າໃນການພົວພັນລະຫວ່າງສອງປະເທດ...

        ກ່ອນທີ່ເດີນທາງໄປຍັງ ມົດສະກູ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານ Beglov ຜູ້ວ່າການນະຄອນ Saint Peterburg.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top