• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ

      ໃນຂອບເຂດການຢ້ຽມຢາມ ຈີນຢ່າງເປັນທາງການ, ຕອນບ່າຍວັນທີ 12 ກໍລະກົດ, ຢູ່ຫໍສະພາປະຊາຊົນ, ນະຄອນຫຼວງປັກກິ່ງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ.
            ນະທີ່ນີ້,  ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຕີລາຄາສູງການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ. ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານ ສີຈີ້ນຜິງ ປາດຖະໜາວ່າ ສອງປະເທດຈະຮ່ວມມືກັນປະຕິບັດແຜນການກ່ຽວກັບການປະຕິບັດ ບົດບັນທຶກຊ່ວຍຈໍາວ່າດ້ວຍການເຊື່ອມຕໍ່ໃນຂອບເຂດ “ສອງແລວທາງ, ໜຶ່ງເສັ້ນທາງ” ດ້ວຍຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ໃຫ້ເປັນຢ່າງດີ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານເລຂາທິການໃຫຍ່,
ປະທານປະເທດ ຈີນ ສີຈີ້ນຜິງ (ພາບ: TTXVN) 
      ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ ຈະສົມທົບກັນຮ່ວມກັນຊີ້ນໍາເພື່ອໃຫ້ສອງຝ່າຍເພີ່ມທະວີການພົບປະແລກປ່ຽນປະຊາຊົນ; ຕັ້ງໜ້າໜູນຊ່ວຍ, ສົ່ງເສີມບັນດາທ້ອງຖິ່ນເສີມຂະຫຍາຍບົດບາດຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ເພີ່ມທະວີີການພົບປະແລກປ່ຽນ, ຮ່ວມມືກັນໃນທຸກຂົງເຂດເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມ; ກໍານົດທິດຫາງສຽງໃຫ້ເປັນຢ່າງດີ, ຕັ້ງໜ້າໂຄສະນາກ່ຽວກັບມູນເຊື້ອບ້ານໃກ້ເຮືອນຄຽງໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ - ຈີນ.
        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ ລັດຖະບານສອງປະເທດ ຈະເພີ່ມທະວີຊີ້ນໍາການປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມ ເຊິ່ງການນໍາຂັ້ນສູງສອງປະເທດບັນລຸໄດ້. ພ້ອມທັງ, ຕັ້ງໜ້ານໍາໃຊ້ບັນດາມາດຕະການຊຸກຍູ້ການຄ້າສອງຝ່າຍໃຫ້ພັດທະນາຢ່າງມີສະຖຽນລະພາບ, ຍືນຍົງ ແລະ ໄປຄຽງຄູ່ກັບການຮັກສາທ່າອ່ຽງຫຼຸດຜ່ອນການນໍາເຂົ້າເກີນດຸນຂອງຫວຽດນາມ.
        ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກພ້ອມກັບ ຈີນ ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ແກ້ໄຂບັນຫາທະເລຕາເວັນອອກໃຫ້ສົມເຫດສົມຜົນ. ສອງຝ່າຍຕ້ອງປະຕິບັດຂໍ້ຕົກລົງວ່າດ້ວຍບັນດາຫຼັກການພື້ນຖານ ກ່ຽວກັບການຊີ້ນໍາແກ້ໄຂບັນຫາຢູ່ທະເລ ເຊິ່ງການນໍາຂັ້ນສູງສອງປະເທດບັນລຸໄດ້; ຢຶດໝັ້ນແກ້ໄຂບັນຫາທະເລຕາເວັນອອກ ໂດຍສັນຕິວິທີ, ເຄົາລົບເຊິ່ງກັນແລະກັນ, ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລ 1982; ແກ້ໄຂບັນຫາອາຊີບຫາປາ ແລະ ການເຄື່ອນໄຫວຂອງຊາວປະມົງໃຫ້ເປັນຢ່າງດີ; ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ຊຸກຍູ້ການແບ່ງກໍານົດ ແລະ ຮ່ວມມືພ້ອມກັນພັດທະນາ ຕາມຂັ້ນຕອນທີ່ໄດ້ຕົກລົງກັນ, ພະຍາຍາມສ້າງບາດກ້າວບຸກທະລຸໃນການເຈລະຈາກ່ຽວກັບການແບ່ງກໍານົດເຂດທະເລ ຢູ່ອ່າວພາກເໜືອ ໃນປີ 2020. ກ່ຽວກັບບັນຫານີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ກໍໃຫ້ຮູ້ວ່າ ສອງປະເທດ ແມ່ນບ້ານໃກ້ເຮືອນຄຽງຂອງກັນ, ມີລະບົບແນວຄິດຄ້າຍຄືກັນ ສະນັັ້ນ ສອງປະເທດ ຈະສົມທົບກັນບົນເນື້ອໃນຈິດໃຈສ້າງສັນ; ພ້ອມທັງສະແດງທັດສະນະວ່າ, ຖ້າຫາກວ່າ ພ້ອມກັນຮ່ວມມືນັ້ນ ແມ່ນຕ້ອງອອກເຫື່ອເທແຮງເພື່ອຊຸກຍູ້, ສ່ວນຄວາມບໍ່ລົງລອຍກັນ ສອງຝ່າຍຕ້ອງພະຍາຍາມອົດກັ້ນ ແລະ ຄວບຄຸມ.
ຕອນຄໍ່າວັນທີ 12 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ກັບມາຮອດຮ່າໂຮ້ຍ, ສິ້ນສຸດການຢ້ຽມຢາມ ຈີນ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານ ລີຈານຊູ ກໍາມະການຫົວໜ້າຄະນະປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຢ່າງຈົບງາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top