• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຊົມສູນວາງສະແດງ ຈຸງກວາງຊວັນ , ປະເທດຈີນ

      ງານວາງສະແດງໄດ້ວາງສະແດງ 340 ຜົນງານຂອງການປ່ຽນແປງປະດິດຄິດສ້າງທີ່ກ້າວໜ້າ, ໂດດເດັ່ນ ແລະ ມີແງ່ຫວັງທີ່ສຸດ, ມີລັກສະນະບຸກທະລຸສູງສຸດຂອງ ວິສາຫະກິດ 170 ແຫ່ງໃນຂົງເຂດພູມປັນຍາທຽມ.

ຫຸ່ນຍົນ ຂາງລີຊູລ໊ານ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ  
      ໂດຍສືບຕໍ່ການຢ້ຽມຢາມ ຈີນ ຢ່າງເປັນທາງການ, ຕອນເຊົ້າວັນທີ 12 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຊົມສູນວາງສະແດງຈຸງກວາງຊວັນ ແຫ່ງຊາດ ເຊິ່ງເປັນເຂດເຕັກໂນໂລຢີສູງແຫ່ງທຳອິດຂອງຈີນ, ດ້ວຍເປົ້າໝາຍແມ່ນພັດທະນາພື້ນຖານເສດຖະກິດທີ່ມີຄຸນນະພາບສູງ. ດ້ວຍຫົວຂໍ້ວ່າ “ຍຸກສະໄໝໃໝ່, ວິວັດທະນາການໃໝ່, ຈຸງກວາງຊວັນ ພັດໄດ້ເລີ່ມຕົ້ນຂຶ້ນ”. ງານວາງສະແດງໄດ້ວາງສະແດງ 340 ຜົນງານຂອງການປ່ຽນແປງປະດິດຄິດສ້າງທີ່ກ້າວໜ້າ, ໂດດເດັ່ນ ແລະ ມີແງ່ຫວັງທີ່ສຸດ, ມີລັກສະນະບຸກທະລຸສູງສຸດຂອງ ວິສາຫະກິດ 170 ແຫ່ງໃນຂົງເຂດພູມປັນຍາທຽມ.
        ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງໄດ້ໄປຢ້ຽມຊົມບັນດາຮ້ານວາງສະແດງກ່ຽວກັບພະລັງງານທີ່ສະອາດ, ອຸປະກອນການແພດ, ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ…ນະທີ່ນີ້, ຫຸ່ນຍົນ ຂາງລີຊູລ໊ານ ໄດ້ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ທີ່ໄປຢ້ຽມຊົມ ຈຸງກວາງຊວັນ ແລະ ອວຍພອນການຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ປະສົບຜົນສຳເລັດດ້ວຍພາສາ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top