• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງ ຮອງປະທານປະເທດຫວຽດນາມພົບປະກັບຄະນະຜູ້ແທນຂອງລາຍການ “ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຈບຸນໃຈກຸສົນ”

ທ່ານນາງຮອງປະທານປະເທດຖືວ່າ ເພື່ອໃຫ້ກອງທຶນດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິຜົນໃນໄລຍະຈະມາເຖິງສິ່ງສຳຄັນທີ່ສຸດແມ່ນເຮັດແນວໃດເພື່ອລະດົມແຫລ່ງເງິນໃຫ້ກອງທຶນນັບມື້ນັບຫລາຍກວ່າ.

ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໂອ້ລົມກັບບັນດາຜູ້ໃຈບຸນໃຈກຸສົນດີເດັ່ນ.
ພາບ:vietnam+
ຕອນບ່າຍວັນທີ 10 ມັງກອນ ທີ່ທຳນຽບປະທານປະເທດ, ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ປະທານສະພາປົກປ້ອງກອງທຶນປົກປ້ອງເດັກ ຫວຽດນາມ ໄດ້ມີການພົບປະກັບຄະນະຜູ້ແທນຂອງລາຍການ “ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຈບຸນໃຈກຸສົນ”. ນີ້ແມ່ນບັນດານັກອຸປະຖຳດີເດັ່ນ ທີ່ໄດ້ມີການປະກອບສ່ວນຕັ້ງຫນ້າໃຫ້ແກ່ການເຄື່ອນໄຫວເພື່ອເດັກນ້ອຍປີ 2020. ກ່າວຄຳເຫັນທີ່ການພົບປະ ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ຮັບຮູ້ ຍ້ອງຍໍບັນດາການປະກອບສ່ວນຕັ້ງຫນ້າຂອງສ່ວນບຸກຄົນ, ຫົວຫນ່ວຍ, ວິສາຫະກິດ ໃນການເບິ່ງແຍງ, ຫນູນຊ່ວຍເດັກ ພ້ອມທັງຍ້ອງຍໍກອງທຶນປົກປ້ອງເດັກ ຫວຽດນາມ ໄດ້ມີການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ, ປະກອບສ່ວນໃຫ້ແກ່ບັນດາການເຄື່ອນໄຫວປະກັນຊີວິດສັງຄົມຂອງປະເທດຊາດ. ທ່ານນາງຮອງປະທານປະເທດຖືວ່າ ເພື່ອໃຫ້ກອງທຶນດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິຜົນໃນໄລຍະຈະມາເຖິງສິ່ງສຳຄັນທີ່ສຸດແມ່ນເຮັດແນວໃດເພື່ອລະດົມແຫລ່ງເງິນໃຫ້ກອງທຶນນັບມື້ນັບຫລາຍກວ່າ ພ້ອມທັງເພີ່ມຈຳນວນຜູ້ອຸປະຖຳ ຈາກນັ້ນສ້າງແຫລ່ງກອງທຶນພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top