• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ກຸມພາ

      ຕອນເຊົ້າວັນທີ 2 ມີນາ, ລັດຖະບານ ໄດ້ຈັດກອງປະຊຸມປະຈຳເດີອນກຸມພາ 2021 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ. 
ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ກຸມພາ (ພາບ: TTXVN)
      ທີ່ກອງປະຊຸມ, ບັນດາສະມາຊິກ ລັດຖະບານ ໄດ້ປຶກສາຫາລືກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2020 ແລະ ສະພາບການຜັນຂະຫຍາຍແຜນການປີ 2021, ໝາກຜົນປະຕິບັດການປັບປຸງແຜນການລົງທຶນພາກລັດ ຈາກງົບປະມານສູນກາງ ປີ 2020 ລະຫວ່າງ ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ລາຍງານສະພາບການປະຕິບັດງົບປະມານແຫ່ງລັດ… ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ໃນເດືອນກຸມພາ ເຊິ່ງເປັນເດືອນມີບຸນເຕັດປະຈຳຊາດ, ພັກ, ລັກ ໄດ້ເອົາໃຈໃສ່ຈັດຕັ້ງ, ເບິ່ງແຍງດູແລບຸນເຕັດໃຫ້ແກ່ປະຊາຊົນ, ເຖິງວ່າ ໃນສະພາບການເກີດໂລກລະບາດໂຄວິດ - 19 ແຕ່ກໍ່ບໍ່ປະໃຫ້ຄອບຄົວໃດບໍ່ໄດ້ຕ້ອນຮັບບຸນເຕັດ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ.
            ກ່ຽວກັບການລະບາດຄັ້ງທີ 3 ຂອງໂລກລະບາດໂຄວິດ - 19, ລັດຖະບານໄດ້ຊີ້ນຳຢ່າງຂ້ຽວຂາດດ້ວຍທິດນຳທີ່ວ່າ ຄົ້ນຫາຜູ້ຕິດເຊື້ອພະຍາດໂຄວິດ - 19 ຢ່າງໄວວາ, ຈຳກັດບໍລິເວນ,  ການເຂົ້າວຮ່ວມຢ່າງແຮງຂອງບັນດາທ້ອງຖິ່ນ, ການປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ຂອງປະຊາຊົນ, ດັ່ງນັ້ນ ມາຮອດປັດຈຸບັນ ໂລກລະບາດ ໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ. ລັດຖະບານກໍ່ໄດ້ຊີ້ນຳເບີກເງິນຈາກງົບປະມານ ເພື່ອໃຫ້ກະຊວງສາທາລະນະສຸກ ນຳເຂົ້າວັກຊິນ ຢ່າງຮີບດ່ວນ ເພື່ອຮັບໃຊ້ໃຫ້ປະຊາຊົນ ແລະ ຮຽກຮ້ອງວ່າໃນອາທິດນີ້ ກະຊວງສາທາລະນະສຸກ ຕ້ອງປະຕິບັດການສັກວັກຊິນຢ່າງທັນການ, ຖືກກັບເປົ້າໝາຍໃຫ້ ປະຊາຊົນ. ລັດຈະມານະພະຍາມ ເພື່ອໃຫ້ປະຊາຊົນໝົດທຸກຄົນລ້ວນແຕ່ໄດ້ສັກວັກຊິນ.
            ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກ 5 ຄວາມສົມດຸນໃຫຍ່ຂອງປະເທດຊາດ, ນັ້ນກໍ່ແມ່ນຜົນງານຂອງຄວາມ ສົມດຸນ “ແນວຄິດພັກ, ຈິດໃຈປະຊາຊົນ”. ຕາມນັ້ນແລ້ວ, ຄວາມສົມດຸນໃຫຍ່ທີ່ສຸດ ແມ່ນຄວາມສົມດຸນ ລະຫວ່າງການເປີດປະຕູ, ປ່ຽນແປງໃໝ່, ຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ກັບການປັບປຸງ, ຍົກສູງບົດບາດໃນການນຳພາຂອງພັກກອມມູນິດ ຫວຽດນາມ.
            ຄວາມສົມດຸນທີ 2 ແມ່ນຄວາມສົມດຸນ ລະຫວ່າງການພັດທະນາເສດຖະກິດໂດຍໄວ ກັບການຮັບປະກັນຄວາມກ້າວໜ້າທີ່ມີຍຸດຕິທຳຂອງສັງຄົມ, ທີ 3 ແມ່ນ ຄວາມສົມດຸນລະຫວ່າງ ກຳລັງແຮງພາຍນອກ ແລະ ກຳລັງແຮງພາຍໃນ, ລະຫວ່າງ ເສດຖະກິດພາຍໃນ ແລະ ຕ່າງປະເທດ, ລະຫວ່າງ ການຄ້າພາຍໃນ ແລະ ການຄ້າຕ່າງປະເທດ; ທີ 4 ແມ່ນຄວາມສົມດຸນ ລະຫວ່າງ ບຸລິມະສິດໄລຍະສັ້ນ ດ້ວຍເປົ້າໝາຍໄລຍະຍາວ. ທີ 5 ແມ່ນຄວາມສົມດຸນລະຫວ່າງ ແຫຼ່ງກຳລັງດ້ານການເງິນແຫ່ງຊາດ. ຫວຽດນາມພວມມີລະບົບໃຊ້ຈ່າຍມະຫາພາກທີ່ດີແລ້ວ ແຕ່ຕ້ອງຮັບປະກັນຄວາມໝັ້ນຄົງໃຫ້ຫຼາຍກ່ວາ ແລະ ປີຕໍ່ໄປຕ້ອງດີກ່ວາ ປີກ່ອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:
        ພວກເຮົາຕ້ອງມີຄວາມຕັດສິນໃຈ ຢ່າງພຽງພໍ, ມີຈິດໃຈກະທຳ ແລະ ເຈດຈຳນົງທີ່ສູງກ່ວາເວລາໃດໝົດ. ນັບແຕ່ໄຕມາດທີ 1 ມື້ຕ້ອງຕັດສິນໃຈຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີປະສິດທິຜົນ. ໃນໂອກາດນີ້, ຂ້າພະເຈົ້າຂໍຢ້ຳຄືນວ່າ, ບັນດາສິ່ງທີ່ບັນລຸໄດ້ໃຫຍ່ທີ່ສຸດ, ປະສົມຜົນສຳເລັດທີ່ສຸດ ທີ່ບັນລຸໄດ້ໃນໄລຍະ 5 ປີຜ່ານມາ, ພິເສດແມ່ນປີ 2020 ແມ່ນການລຸລ່ວງ, ເຊິ່ງໄດ້ພິສູດໃຫ້ເຫັນເປັນຢ່າງດີກ່ຽວກັບ “ແນວຄິດພັກ, ຈິດໃຈປະຊາຊົນ”ເຊິ່ງໄດ້ເຕົາໂຮມກັນໃນການຊີ້ນຳ.  
            ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ, ລັດຈະຈັດແບ່ງງົບປະມານເພື່ອນຳເຂົ້າວັກຊິນ, ມານະພະຍາຍາມໃຫ້ປະຊາຊົນໝົດທຸກຄົນລ້ວນແຕ່ໄດ້ສັກວັກຊິນກັນ ໂຄວິດ - 19. ທ່ານກ່າວວ່າ:
        ສືບຕໍ່ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ບົນຈິດໃຈ “ວັກຊິນ, ບວກກັບມາດຕະການລ້າງມື, ຮັກສາໄລຍະຫ່າງ, ບໍ່ເຕົ້າໂຮມຫຼາຍຄົນ, ໃສ່ຜ້າອັດປາກ, ແຈ້ງ ອາການສຸຂະພາບ”, ບໍ່ຄວນປະໝາດ. ມີປະກົດການເກີດຂຶ້ນ, ພວກເຮົາຕ້ອງຊອກຄົ້ນຫາຜູ້ຕິດເຊື້ອ, ປິດລ້ອມເຂດຢ່າງໄວກ່ວາອີກ. ສັກຊັກຊິນໃຫ້ແກ່ບັນດາເປົ້າໝາຍບຸລິມະສິດໂດຍໄວ. ຮຽກຮ້ອງໃຫ້ກະຊວງສາທາລະນະສຸກຜັນຂະຫຍາຍແຜນນະໂຍບາຍທີ່ສຳຄັນນີ້ຢ່າງກວ້າງຂວາງໃນອາທິດນີ້ິ້. ພວກເຮົາຈະມານະພະຍາຍາມສັກວັກຊິນໃຫ້ປະຊາຊົນຫວຽດນາມ ຫຼາຍທີ່ສຸດ, ພວກເຮົາຮັບປະກັນງົບປະມານ ແລະ ທຸກດ້ານ, ຊ້ຳບໍ່ໜຳຕ້ອງມີມາດຕະການໜູນຊ່ວຍງົບປະມານໂດຍກົງເພື່ອໃຫ້ປະຊາຊົນໄດ້ຮັບການສັກວັກຊິນ.  
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top