• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11

ຕອນບ່າຍວັນທີ 05 ມັງກອນ, ທີ່ນະຄອນຫລວງ ວຽງຈັນ, ປະເທດລາວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວອັດລົງດ້ວຍຜົນສຳເລັດຢ່າງຈົບງາມ.
ທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11 (ພາບ: Vientiane Times)

ກອງປະຊຸມໃຫຍ່ໄດ້ເປັນເອກະພາບຮັບຮອງເອົາ ເອກະສານສຳຄັນສະບັບຕ່າງໆ, ມີຄວາມໝາຍຍຸດທະສາດ, ຍາວນານສຳລັບການພັດທະນາຂອງປະເທດ ສປປ.ລາວ ເຊິ່ງລວມມີ: ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 10; ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ໄລຍະ 2021 – 2025; ກົດລະບຽບສະບັບປັບປຸງຂອງພັກປະຊາຊົນປະຕິວັດລາວ; ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ.

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຸດທີ 11 ລວມມີກຳມະການສົມບູນ 71 ສະຫາຍ ແລະ ກຳມະການສຳຮອງ 10 ສະຫາຍ. ທີ່ກອງປະຊຸມຄັ້ງປະຖົມມະລຶກ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11 ໄດ້ເລືອກຕັ້ງສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11.

        ກ່າວຄຳເຫັນທີ່ວາລະອັດກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ຄົນໃໝ່ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ບັນດາກຳມະການສູນກາງພັກຊຸດທີ 11 ຍົກສູງຄວາມຮັບຜິດຊອບດ້ານການເມືອງ, ເປັນແບບຢ່າງໃນການປະຕິບັດໜ້າທີ່ຄືການເຄື່ອນໄຫວດຳເນີນຊີວິດ, ຝຶກຝົນຫຼໍ່ຫຼອມ, ມີສະຕິຕື່ນຕົວດ້ານການເມືອງ; ພ້ອມກັນປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ ເຊິ່ງກອງປະຊຸມໃຫຍ່ວາງອອກ ແລະ ຂົນຂວາຍມະຫາຊົນຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ຕໍ່ເນື່ອງຂອງຂະບວນການດັ່ງກ່າວ ເພື່ອສຸມໃສ່ ພາລະກິດພັດທະນາປະເທດຊາດໃຫ້ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top