• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Donald Trump ແລະ ທ່ານ Joe Biden ສູ້ຢັນກັນໃນການໂຕ້ວາທີຄັ້ງທຳອິດ

      ການໂຕ້ວາທີໄດ້ຮັບການຖ່າຍຖອດສົດ, ແກ່ຍາວປະມານ 90 ນາທີ, ເຊິ່ງສຸມໃສ່ 6 ຫົວຂໍ້ຄື: ເອກະສານຂອງຜູ້ສະໜັກເລືອກຕັ້ງ 2 ທ່ານ, ສານປະຊາຊົນສູງສຸດ, ໂລກລະບາດໂຄວິດ-19...

ທ່ານ Donald Trump ແລະ ທ່ານ Joe Biden ສູ້ຢັນກັນໃນການໂຕ້ວາທີຄັ້ງທຳອິດ (ພາບ: AFP/TTXVN)
      ຕອນຄ່ຳວັນທີ 29 ກັນຍາ (ຕາມເວລາທ້ອງຖິ່ນ), ໃນການໂຕ້ວາທີລະຫວ່າງທ່ານປະທານາທິບໍດີອາເມລິກາ ຄົນປະຈຸບັນ Donald Trump ແລະ ຜູ້ສະໝັກເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີພັກປະຊາທິປະໄຕ Joe Biden ຖືກດຳເນີນຢູ່ມະຫາວິທະຍາໄລ Case Western Reserve ຢູ່ນະຄອນ Cleveland, ລັດ Ohio, ປະເທດອາເມລິກາ. ການໂຕ້ວາທີໄດ້ຮັບການຖ່າຍຖອດສົດ, ແກ່ຍາວປະມານ 90 ນາທີ, ເຊິ່ງສຸມໃສ່ 6 ຫົວຂໍ້ຄື: ເອກະສານຂອງຜູ້ສະໜັກເລືອກຕັ້ງ 2 ທ່ານ, ສານປະຊາຊົນສູງສຸດ, ໂລກລະບາດໂຄວິດ-19, ພື້ນຖານເສດຖະກິດ, ໄພຈຳແນກເຊື້ອຊາດຜິວພັນ ແລະ ການໃຊ້ຄວາມຮຸນແຮງຢູ່ບັນດານະຄອນ ແລະ ລັກສະນະຄົບຖ້ວນຂອງການເລືອກຕັ້ງ.
          ໃນການໂຕ້ວາທີກ່ຽວກັບຫົວຂໍ້ໂລກລະບາດໂຄວິດ-19, ທ່ານ Joe Biden ໄດ້ຕຳໜິຕິຕຽນທ່ານ Donald Trump ໃນການຮັບມືກັບໂລກລະບາດ ແລະ ໃຫ້ຮູ້ວ່າ, ປະຈຸບັນປະເທດອາເມລິກາ ຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນປະມານ 40.000 ຄົນໃນແຕ່ລະວັນ ແລະ ຖືວ່າ ປະຊາຊົນບໍ່ຄວນເຊື່ອໝັ້ນຕໍ່ທ່ານ Donald Trump ໃນບັນດາບັນຫາກ່ຽວຂ້ອງເຖິງໂລກລະບາດໂຄວິດ-19 ອີກ. ໃນການໂຕ້ຕອບຂອງຕົນ, ທ່ານປະທານາທິບໍດີ Donald Trump ໄດ້ຢ້ຳຄືນຄຳໝັ້ນສັນຍາທີ່ວ່າ ຈະໄດ້ນຳໃຊ້ວັກຊິນກັນໂຄວິດ-19 ໂດຍໄວ.
            ໃນຫົວຂໍ້ເສດຖະກິດ, ໃນຂະນະທີ່ທ່ານປະທານາທິບໍດີ Trump ຢັ້ງຢືນວ່າ ທ່ານໄດ້ຊຸກຍູ້ພື້ນຖານເສດຖະກິດພັດທະນາກ່ອນທີ່ຈະເກີດໂລກລະບາດ ແລະ ຄູ່ແຂ່ງທ່ານ Biden ພັດຖືວ່າ ອຳນາດການປົກຄອງປະຈຸບັນພວມທຳລາຍທຸກທ່າແຮງທີ່ອຳນາດການປົກຄອງຊຸດກ່ອນປະໄວ້ໃຫ້.
        ເອກະສານເສຍພາສີອາກອນສ່ວນຕົວກໍ່ເຮັດໃຫ້ການໂຕ້ວາທີຟົດເດືອດຂຶ້ນ ເມື່ອທ່ານ Biden ກໍ່ຄວາມກົດດັນຮຽກຮ້ອງໃຫ້ທ່ານປະທານາທິບໍດີ Donald Trump ເປີດເຜີຍເອກະສານເສຍພາສີອາກອນຢ່າງຕໍ່ເນື່ອງ.
        ຫລັງຈາກນັ້ນ, ການໂຕ້ວາທີໄດ້ປ່ຽນທິດໄປຫາຂົງເຂດການປ່ຽນແປງຂອງດິນຟ້າອາກາດ. ທ່ານປະທານາທິບໍດີ Donald Trump ໄດ້ຢ້ຳຄືນທັດສະນາທີ່ວ່າ ເກີດໄຟໄໝ້ປ່າ ແມ່ນຍ້ອນວິທີການຄຸ້ມຄອງ ແລະ ຮັກສາປ່າໄມ້ຂອງບັນດາອຳນາດການປົກຄອງທ້ອງຖິ່ນມີປະສິດທິຜົນຕ່ຳ. ໃນຂະນະນັ້ນ, ທ່ານ Biden ຖະແຫຼງວ່າ ຈະຊຸກຍູ້ແຜນການດິນຟ້າອາກາດໂດຍສະເພາະ ແລະ ຈະນຳປະເທດ ອາເມລິກາ ກັບເຂົ້າເປັນສະມາຊິກຂອງສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2015 ຄືນໃໝ່ ຖ້າໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ.
        2 ທ່ານກໍ່ໄດ້ໂຕ້ເວທີກ່ຽວກັບຫົວຂໍ້ຈຳແນກເຊື້ອຊາດຜິວພັນຢູ່ ອາເມລິກາ ເຊິ່ງເປັນສາຍເຫດທີ່ກໍ່ໃຫ້ເກີດມີການແຫ່ຂະບວນປະທ້ວງໃນທົ່ວປະເທດໃນຊຸມເດືອນມໍ່ໆມານີ້. ຕອນທ້າຍຂອງການໂຕ້ເວທີແມ່ນໄດ້ປາໄສກ່ຽວກັບລັກສະນະຄົບຖ້ວນຂອງການເລືອກຕັ້ງ. ການໂຕ້ວາທີ 2 ຄັ້ງຕໍ່ໄປຈະດຳເນີນໃນວັນທີ 15 ຕຸລາ ແລະ 22 ຕຸລາ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top