• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ອງທ່ຽວ ຫວຽດນາມ - ປ່ຽນໃໝ່ເພື່ອພັດທະນາ

ຫວຽດນາມ ແມ່ນປະເທດອຸດົມສົມບູນດ້ານປະຫວັດສາດ, ມີພື້ນຖານວັດທະນະທຳ, ອາຫານການກິນທີ່ຫຼາຍຮູບຫຼາຍແບບ ແລະ ບັນດາເຂດທິວທັດທຳມະຊາດທີ່ພົ້ນເດັ່ນຢູ່ທົ່ວທຸກແຫ່ງໃນທົ່ວປະເທດ.
(ພາບປະກອບ)

ວັນທີ 10 ພຶດສະພາ, ໜັງສືພິມພາສາອັງກິດ ແຖວໜ້າຂອງໄທ ໄດ້ລົງຄໍລຳ “ຂ່າວເຫດການອາຊີ” ເພື່ອເວົ້າເຖິງບັນດາຄວາມມານະພະຍາຍາມຂອງຂະແໜງທ່ອງທ່ຽວຫວຽດນາມ ຕໍ່ໜ້າບັນດາຜົນກະທົບຈາກໂລກລະບາດໂຄວິດ-19. ໃນບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມ ສ້າງຂະແໜງທ່ອງທ່ຽວຄືນໃໝ່”, ຜູ້ຂຽນໄດ້ວາດພາບຫວຽດນາມ ແມ່ນປະເທດອຸດົມສົມບູນດ້ານປະຫວັດສາດ, ມີພື້ນຖານວັດທະນະທຳ, ອາຫານການກິນທີ່ຫຼາຍຮູບຫຼາຍແບບ ແລະ ບັນດາເຂດທິວທັດທຳມະຊາດທີ່ພົ້ນເດັ່ນຢູ່ທົ່ວທຸກແຫ່ງໃນທົ່ວປະເທດ, ຜ່ານນັ້ນໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນໜຶ່ງໃນບັນດາສະຖານທີ່ທີ່ໄດ້ຮັບຄວາມນິຍົມຢູ່ອາຊີຕາເວັນອອກສ່ຽງໃຕ້. ຕາມບົດຂຽນແລ້ວ, ກ່ອນທີ່ຈະເກີດໂລກລະບາດໂຄວິດ-19, ປີ 2019 ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດບັນລຸລະດັບສະຖິຕິດ້ວຍ 18 ລ້ານເທື່ອຄົນ, ຍອດລາຍຮັບຈາກນັກທ່ອງທ່ຽວຢູ່ພາຍໃນປະເທດ ກັບນັກທ່ອງທ່ຽວຕ່າງປະເທດບັນລຸ 32,8 ຕື້ USD. ບົດຂຽນໄດ້ເຈາະຈີ້ມວ່າ, ດ້ວຍບັນດາມາດຕະການຮັບມືກັບໂລກລະບາດໂຄວິດ-19 ຢ່າງແຮງ, ການມີໄຫວພິບຂອງບັນດາທ້ອງຖິ່ນ ກໍຄືບັນດາບັ້ນເຄື່ອນໄຫວດ້ານທ່ອງທ່ຽວຢ່າງເປັນເຈົ້າການຂອງລັດຖະບານ, ຂະແໜງທ່ອງທ່ຽວຫວຽດນາມ ອາດສາມາດຟື້ນຟູໄດ້ໃນປີ 2024.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top