• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທາຍງວຽນ ສ້າງເຄື່ອງໝາຍການຄ້າຊາ ເຕິນເກືອງ ຕິດພັນກັບການພັດທະນາການທ່ອງທ່ຽວ

      ຊາ ເຕິນເກືອງ ແມ່ນເຄື່ອງດື່ມທີ່ເປັນເອກະລັກພິເສດ, ເຄື່ອງໝາຍການຄ້າທີ່ມີຊື່ສຽງຂອງແຂວງ ທາຍງວຽນ ໄດ້ຮັບຄວາມນິຍົມຈາກຫຼາຍຄົນແຕ່ຫຼາຍປີມານີ້. ດ້ວຍພູມສັນຖານທີ່ເປັນໂນນພູຕ່ຳສະຫຼັບສັບຊ້ອນກັນ, ບັນດາໂນນຊາທີ່ຂຽວສົດງົດງາມນັ້ນ, ເຂດປູກຊາ ເຕິນເກືອງ ກໍ່ແມ່ນສະຖານທີ່ທ່ອງທ່ຽວຊີວະພາບທີ່ ໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ການປູກຊາຢູ່ຕາແສງເຕິນເກືອງ (ພາບ: toquoc.vn)
      ແຕ່ດົນນານມາແລ້ວ,  ເຂດປູກຊາເຕິນເກືອງ ດ້ວຍບັນດາໂນນຊາຕ່ຳທີ່ໄດ້ປູກຢ່າງເປັນລະບຽບ, ງາມຕາ, ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃຈ ສຳລັບແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຕາແສງເຕິນເກືອງ ມີເກືອບ 1600 ຄອບຄົວ, ໃນນັ້ນ, 90% ແມ່ນຊາວກະສິກອນ. ໂດຍໄດ້ກຳນົດວ່າ: ຕົ້ນຊາ ແມ່ນທ່າໄດ້ປຽບດ້ານເສດຖະກິດຂອງຕາແສງ, ນຳມາເຊິ່ງຜົນປະໂຫຍດ, ລາຍຮັບສູງໃຫ້ແກ່ ປຊຊ, ສະນັ້ນ, ອຳນາດການປົກຄອງຕາແສງ ໄດ້ສວຍໃຊ້ທຸກແຫຼ່ງກຳລັງ, ສົ່ງເສີມຊາວກະສິກອນ ນຳໃຊ້ຜັນຂະຫຍາຍຫຼາຍຮູບແບບເສດຖະກິດ, ໝູນໃຊ້ວິທະຍາສາດເຕັກນິກໃນການປູກ, ເກັບ, ເດັດ, ປຸງແຕ່ງຊາ, ສົມທົບກັບການເຄື່ອນໄຫວທ່ອງທ່ຽວເຂດຊຸມຊົນ Homestay, ຈາກນັ້ນ, ໄດ້ປົວແປງຊີວິດດ້ານວັດຖຸ, ຈິດໃຈໃຫ້ແກ່ ປຊຊ.
ແຂກທ່ອງທ່ຽວສາມາດດື່ມນ້ຳຊາຢູ່ບໍລິສັດຊາຫາວດາດ (ພາບ: daibieunhandan.vn)
       ໂດຍໄດ້ສ້າງເຄື່ອງໝາຍການຄ້າຊາ ຕິດພັນກັບການເຮັດການບໍໍລິການທ່ອງທ່ຽວນັ້ນ, ຫຼາຍຄອບຄົວຢູ່ເຕິນເກືອງ ແລະ ບັນດາເຈົ້າຂອງຮາກຖານຜະລິດຊາ ໄດ້ສ້າງບັນດາສະຖານທີ່ເພື່ອດື່ມນ້ຳຊາ ແລະ ບັນດາສະຖານທີ່ພັກເຊົາ, ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວມາເດັດຊາ, ປຸງແຕ່ງ, ກິນເຂົ້າ ແລະ ນອນພັກຢູ່ກັບຄອບຄົວ. ຊາຫາວດາດ ແມ່ນເຄື່ອງໝາຍທີ່ມີຊື່ສຽງຢູ່ທາຍງວຽນ ແລະ ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃຈ ສຳລັບແຂກທ່ອງທ່ຽວຫຼາຍຄົນ. ເມື່ອມາແຫ່ງນີ້, ນອກຈາກໄດ້ດື່ມນ້ຳຊາ, ແຂກທ່ອງທ່ຽວຈະສາມາດໄປຢ້ຽມຢາມໂຮງຈັກຜະລິດ ປຸງແຕ່ງຊາ ແລະ ສາມາດຊົມໂນນຊາທີ່ງາມເໝືອນດັ່ງໃນພາບແຕ້ມ. ປ້າ ດ່າງແທັງຫາວ, ຜູ້ອຳນວຍການບໍລິສັດຊາຫາວດາດ ເວົ້າວ່າ: ປະຈຸບັນ ບໍລິສັດຫາວດາດ ພວມຂຸດຄົ້ນກະສິກຳປອດສານພິດ ຕິດພັນກັບການທ່ອງທ່ຽວຊີວະພາບ:
ພວກຂ້າພະເຈົ້າກໍ່ເຫັນໄດ້ຄວາມສາມາດບົ່ມຊ້ອນເພື່ອພັດທະນາ OCOP ຂະນະທີ່ບັນລຸໄດ້ 4 ດາວ ແລະ ກໍ່ຢາກພິມໃນຖົງຫຸ້ມຫໍ່. ປີ 2021, ພວກຂ້າພະເຈົ້າກໍ່ຢາກໃຫ້ຜະລິດຕະພັນບັນລຸມາດຖານ 5 ດາວ ເພື່ອໂຄສະນາໃຫ້ເຄື່ອງໝາຍການຄ້າ ເພື່ອໃຫ້ຜູ້ບໍລິໂພກມີຄວາມອຸ່ນອຽນໃຈ ເມື່ອນຳໃຊ້ຜະລິດຕະພັນນີ້.
ປີ 2007, ສະມາຄົມຊາທາຍງວຽນ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍ ສະມາຊິກ ແມ່ນບັນດາວິສາຫະກິດ, ສະຫະກອນ, ຄອບຄົວຊາວກະສິກອນຜະລິດ, ດຳເນີນທຸລະກິດຊາ, ແລະ ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຂະແໜງຊາ. ບໍລິສັດຫຸ້ນສ່ວນຊາ ຮ່າທາຍ, ຢູ່ຕາແສງລາບັ່ງ, ເມືອງດ້າຍຕື່, ແຂວງທາຍງວຽນ ມີເນື້ອທີ່ດິນປູກຕົ້ນຊາກ່ວາ 300 ເຮັກຕາ, ໃນນັ້ນ, 40 ເຮັກຕາແມ່ນໄດ້ປູກຕາມວິທີອົງຄະທາດ. ຍ້ອນຜະລິດຕະພັນຂອງວິສາຫະກິດນີ້ ໄດ້ຮັບໃບຢັ້ງຢືນຈາກ OCOP,  ສະນັ້ນ ຄາດວ່າການສົ່ງອອກຊາໃນປີນີ້ ຈະໄດ້ປະມານ 100 ໂຕນ. ທ່ານນາງ ຫງວຽນທິຮ່ຽນ, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນຊາ ຮ່າທາຍ ໃຫ້ຮູ້ວ່າ:
  ການສ້າງເຄື່ອງໝາຍການຄ້າ ທີ່ວ່າຫຍຸ້ງຍາກແລ້ວ ແຕ່ຄົງຕົວຢູ່ຕະຫຼາດໄດ້ຍິ່ງປະສົບກັບຄວາມຫຍຸ້ງຍາກ, ລວມມີຫຼາຍຂັ້ນຕອນກວ່າອີກ. ນັກຜະລິດຕ້ອງມີຄວາມສຸດຈິດສຸດໃຈ ເພື່ອຜະລິດບັນດາຜະລິດຕະພັນບັນລຸມາດຕະຖານ. ຊາຕ້ອງບົວລະບັດຄືແນວໃດ ເດັດມາແລ້ວຈະອົບແຫ້ງຕາມວິທີໃດ. ພິເສດ, ຕ້ອງແມ່ນຜະລິດຕະພັນອົງຄະທາດ ເພື່ອຮັບປະກັນສຸຂະພາບຂອງ ປຊຊ.
ທາຍງວຽນ ມີເນື້ອທີ່ປູກຕົ້ນຊາ 19.000 ເຮັກຕາ, ແຕ່ລະປີ, ມີປະລິມານຍອດຊາສົດເກືອບ 200.000 ໂຕນ, ໄດ້ຈຳໜ່າຍຢູ່ຕະຫຼາດພາຍໃນປະມານ 70-80%, ສ່ວນຍັງເຫຼືອແມ່ນປຸງແຕ່ງເພື່ອສົ່ງອອກ. ການສ້າງບັນດາຜະລິດຕະພັນ OCOP ສົມທົບກັບການພັດທະນາການທ່ອງທ່ຽວຢູ່ ທາຍງວຽນ ໄດ້ສ້າງກາລະໂອກາດໃຫ້ ປຊຊ ຍົກສູງລາຍຮັບ, ປະກອບສ່ວນລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ຢ່າງສຳເລັດຜົນ.
ມາ ທາຍງວຽນ ໃນທຸກວັນນີ້, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ໄປຢ້ຽມຢາມບັນດາໂນນຊາທີ່ຂຽວສົດງົດງາມເທົ່ານັ້ນ, ຫາກຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ເດັດຊາ, ອົບຊາແຫ້ງ….ໄດ້ຊິມລົດຊາດພິເສດຂອງຊາປະເພດຕ່າງໆຢູ່ທີ່ນີ້ອີກດ້ວຍ. ທ່ານ ເຈິ່ນຍໍເຫືອງ, ຮອງຫົວໜ້າຫ້ອງການສ້າງຊົນນະບົດໃໝ່ຢູ່ແຂວງທາຍງວຽນ ໃຫ້ຮູ້ວ່າ: ການສ້າງເຄື່ອງໝາຍການຄ້າຊາທາຍງວຽນ ສົມທົບກັບການທ່ອງທ່ຽວຊີວິດພາບ ພວມແມ່ນທິດເດີນທີ່ຖືກຕ້ອງຢູ່ທາຍງວຽນ:
ຈາກໂຄງການປະສານສົມທົບນີ້, ເສດຖະກິດທ້ອງຖິ່ນ ໄດ້ຮັບການພັດທະນາ. ໂຄງການດັ່ງກ່າວກໍ່ໄດ້ໜູນຊ່ວຍ ປຊຊ ໃນການພັດທະນາເສດຖະກິດແບບຍືນຍົງ.
 ການສ້າງ ແລະ ພັດທະນາເຄື່ອງໝາຍການຄ້າຊາ ສົມທົບກັບການທ່ອງທ່ຽວຢູ່ແຂວງ ທາຍງວຽນ ພວມແມ່ນເປົ້າໝາຍພັດທະນາເສດຖະກິດແບບຍືນຍົງ ຂອງບັນດາເຂດຊົນນະບົດພາຍໃນແຂວງ. ແຜນຮ່າງພັດທະນາຜະລິດຕະພັນກະເສດຫຼັກແຫຼ່ງ, ເປັນຈຸດສຸມໃນການພັດທະນາຜະລິດຕະພັນ OCOP ຈາກຕົ້ນຊາ ຕິດພັນກັບບັນດາການເຄື່ອນໄຫວວັດທະນະທຳ, ການທ່ອງທຽວ ຈະປະກອບສ່ວນລົບລ້າງຄວາມອຶດຫິວ, ກໍ່ສ້າງຊົນນະບົດໃໝ່ຢູ່ແຂວງ ທາຍງວຽນ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top