• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ທະນາຄານເນື້ອເຍື່ອ ແລະ ບາດກ້າວໃໝ່ ຂອງ ຂະແໜງການ ແພດ ຫວຽດນາມ

ທ້າຍປີ 2018, ຫວຽດນາມ ໄດ້ຕັ້ງ ທະນາຄານເນື້ອເຍື່ອ ແຫ່ງທຳ ອິດ ຕາມມາດຕະຖານສາກົນ. ນີ້ແມ່ນສັນຍານ ທ່ີສະແດງ ໃຫ້ເຫັນ ວ່າ ຂະແໜງການສາທາລະນະສຸກ ຫວຽດນາມ ໄດ້ເລີ່ມຕົ້ນມີ ບັນ ດາບາດກ້າວ ເພື່ອປັບຕົວ ກັບສັກກະລາດໃໝ່ ຂອງ ການແພດ ໂລກ. ນັ້ນແມ່ນການແພດປະດິດສ້າງໃໝ່ ແລະ ມີຊີວິດຄືນໃໝ່ ຊຶ່ງ ຢູ່ທີ່ນັ້ນ ມະນຸດ ສາມາດເປັນເຈົ້າການ ທັງໝົດ ໃນການປິ່ນປົວ ໃຫ້ ແກ່ຄົນເຈັບ. 
ບາດກ້າວໃໝ່ ຂອງ ການແພດ ຫວຽດນາມ
 
ວັນທີ 16 ຕຸລາ 2018, ທະນາຄານເນື້ອເຍື່ອແຫ່ງທຳອິດ ຂອງ ຫວຽດນາມ ໄດ້ຮັບການໄຂຂຶ້ນ ທີ່ໂຮງໝໍ ມິດຕະພາບ ຫວຽດດຶກ. ເຫດການດັ່ງກ່າວ ໄດ້ສຳນັກຂ່າວສານ ຫວຽດນາມ ແລະ ອົງການ ສຳນັກງານຫຼາຍແຫ່ງ ຢູ່ພາຍໃນປະເທດ ເລືອກໃຫ້ເປັນໜຶ່ງ ໃນ ສິບເຫດການດີເດັ່ນທີສຸດ ຂອງ ຫວຽດນາມ ໃນປີ 2018.

ການເກີດຂຶ້ນທະນາຄານເນື້ອເຍື່ອ ໄດ້ຮັບຕີລາຄາວ່າ ມີຄວາມ ໝາຍ ປະຫວັດສາດ ຕໍ່ຂະແໜງການແພດຫວຽດນາມ ແລະ ສຳ ຄັນຍິ່ງກວ່າອີກ ຄືຄຳກ່າວປາໄສຂອງ ສຈ.ປອ ເຈິ່ນບິ່ງຢາງ, ຜູ້ອຳນວຍການໂຮງໝໍມິດຕະພາບ ຫວຽດດຶກ ທີ່ວ່າ: “ເປົ້າໝາຍສຸດທ້າຍ ຂອງຄວາມກ້າວໜ້າດ້ານການແພດ ແມ່ນສາມາດສົ່ງຄືນ ບົດບາດໜ້າທີ່ໃຫ້ແກ່ຮ່າງກາຍ ນັບມື້ນັບຫຼາຍ ແລະ ໂອກາດກູ້ເອົາຊີວິດຂອງມະນຸດ ກໍຈະນັບມື້ນັບຫຼາຍຍິ່ງຂຶ້ນ”.

ປັດຈຸບັນ ໄດ້ມີທະນາຄານເນື້ອເຍື່ອ ກວ່າ 300 ແຫ່ງ ຢູ່ 46 ປະເທດ.  ສຈ.ປອ ຢາງ ກ່າວວ່າ: “ການກຳເນີດຂຶ້ນ ທະນາຄານ ເນື້ອເຍື່ອແຫ່ງທຳອິດນີ້ ເປັນບາດກ້າວກະໂດດຂັ້ນ ຊຶ່ງເປີດອອກ ກາລະໂອກາດ ພັດທະນາໃໝ່ ໃຫ້ແກ່ ຂະແໜງວິຊາການແພດ ຫວຽດນາມ”.



ສຈ.ປອ ເຈິ່ນບິ່ງຢາງ, ຜູ້ອຳນວຍການໂຮງໝໍ ຫວຽດດຶກ ໃຫ້ວ່າ ການສ້າງຕັ້ງທະນາຄານເນື້ອເຍື່ອ ຈະເປີດກາລະໂອກາດ ພັດທະນາໃໝ່
ໃຫ້ແກ່ ຂະແໜງວິຊາການແພດ ຫວຽດນາມ. 



ຍາດພີ່ນ້ອງຂອງຄົນເຈັບ ໄດ້ບັນດາທ່ານໝໍຂອງ ທະນາຄານເນື້ອເຍື່ອ ປຶກສາ ກ່ຽວກັບຜົນປະໂຫຍດ ແລະ ຂັ້ນຕອນຕ່າງໆ
ໃນການ ຄຸ້ມຄອງຮັກສາເນື້ອເຍື່ອ ຢູ່ທະນາຄານ. 



ບັນດາຕົວແບບເນື້ອເຍື່ອທີ່ຄຸ້ມຄອງຮັກສາຢູ່ທະນາຄານ ຕ່າງກໍໄດ້ ປະຕິບັດຕາມຂັ້ນຕອນທີ່ໄດ້ມາດຕະຖານສາກົນ,
ຮັບປະກັນ ດ້ານ ຂໍ້ມູນຂ່າວສານ ທີ່ຊັດເຈນ ແລະ ເຄັ່ງຄັດ. 

ກໍຕາມທ່ານສາດສະດາຈານ ສຈ ປອ ເຈິ່ນບິ່ງຢາງ, ໂຮງໝໍ ຫວຽດດຶກ ເປັນໂຮງໝໍເຂດນອກ ລະດັບພິເສດ ຂອງ ຂະແໜງປິ່ນປົວ ດ້ວຍການຜ່າຕັດເປັນຕົ້ນຕໍ ຢູ່ ເຂດ ພາກເໜືອ. ຍ້ອນແຕ່ລະປີ, ສະເລ່ຍ ໂຮງໝໍ ໄດ້ທຳການຜ່າ ຕັດ ແຕ່ 67-68.000 ລາຍ.

ດ້ວຍເຫດນັ້ນ, ແຫຼ່ງສະໜອງເນື້ອເຍື່ອ, ອາໄວຍາວະ ພາຍໃນ ທີ່ ມາຈາກ ກໍລະນີ ຄົນມັນສະໝອງຕາຍ ຫຼື ສ່ວນແຂນຂາ, ຕີນມື ຂອງ ຜູ້ອາສາສະໝັກ ອຸທິດໃຫ້ ໂຮງໝໍແມ່ນບໍ່ໜ້ອຍ. ໃນເວລາ ດຽວກັນ, ແຕ່ລະປີ ຢູ່ໂຮງໝໍ ກໍມີຄົນເຈັບ ທີ່ຕ້ອງການໄດ້ຜ່າຕັດ ປ່ຽນຖ່າຍອາໄວຍາວະພາຍໃນ, ວານໝາກຫົວໃຈ, ເສັ້ນເລືອດ, ເອັນ ແລະ ອື່ນໆ... ນັບຫຼາຍພັນລາຍ, ແຕ່ຍ້ອນບໍ່ທັນມີ ທະນະຄານເກັບຮັກສາ, ເພາະສະນັ້ນແຫຼ່ງວັດຖຸດິບ ບໍ່ມີພ້ອມ ແລະ ຕ້ອງ ນຳເຂົ້າ ຈາກຕ່າງປະເທດເປັນຕົ້ນຕໍ ເພາະສະນັ້ນມີ ຄ່າໃຊ້ຈ່າຍແພງຫຼາຍ.

ດ້ວຍເຫດນັ້ນ, ການທີ່ມີທະນາຄານເນື້ອເຍື່ອ ກຳເນີດຂຶ້ນ ໄດ້ ນຳໃຊ້ທ່າດີ ຫຼາຍຢ່າງ ຂອງໂຮງໝໍ. ສຈ. ປອ ຢາງ ກ່າວວ່າ: “ນີ້ ແມ່ນໜຶ່ງໃນບັນດາທ່າດີ ຊຶ່ງ ບໍ່ຄ່ອຍມີໂຮງໝໍ ແຫ່ງ ໃດໃນໂລກ ມີໄດ້”.

ສຈ. ປອ ຢາງໃຫ້ຮູ້ຕື່ມອີກວ່າ ນອກຈາການ ຄຸ້ມຄອງຮັກສາ ເນື້ອເຍື່ອ ແລະ ປະຕິບັດເຕັກໂນໂລຊີ ເນື້ອເຍື່ອ ປ່ຽນຖ່າຍແລ້ວ, ທະ ນາຄານ ເນື້ອເຍື່ອ ຍັງສາມາດ ຄຸ້ມຄອງຮັກສາ ຈຸລັງຕົ້ນ ຈາກ ສາຍແຮ່, ເປັນພື້ນຖານ ໃຫ້ແກ່ ການກຳເນີດ ຂະແໜງການຜະລິດ ຈຸລັງ ຕົ້ນ ໃນອະນາຄົດ.



ເຄື່ອງຈັກ ສຳລັບການເກັບຮັກສາເນື້ອເຍື່ອ ດິບ, ຊ່ວຍຮັກສານຳ້ໃນ ບັນດາຕົວແບບເນື້ອເຍື່ອ ບໍ່ໃຫ້ກ້າມ
ດ້ວຍການເຮັດໃຫ້ ອຸນຫະພູມ ຄ່ອຍຫຼຸດລົງ. 



ບັນດາຕົວແບບເນື້ອເຍື່ອ ຊຶ່ງທ່ານໝໍ ໄດ້ແຍກ ເອັນ ອອກຈາກ ກ້າມເນື້ອ ແລະ ເລືອດຄ້າງ ກ່ອນນຳເຂົ້າໃນຕູ້ເຢັນ
ດ້ວຍອຸນຫະພູມ - 80 ອົງສາເຊ.  



ຫຼັງຈາກນັ້ນໄດ້ນຳເຂົ້າສູ່ເຄື່ອງຈັກ ເຮັດກ້າມ-ແຫ້ງ  ກ່ອນທີ່ນຳ ໄປ ເກັບມ້ຽນຮັກສາ. 


ທາດແປ້ງກ້າມ-ແຫ້ງ ຈະໄດ້ບັນຈຸ ໃນຖົງຮັກສາເນື້ອເຍື່ອດິບ. 


ທະນາຄານເນື້ອເຍື່ອແຫ່ງທຳອິດ ຂອງ ຫວຽດນາມ ນີ້ ໄດ້ປະກອບ ບັນດາອຸປະກອນ ທີ່ທັນສະໄໝ ຕາມມາດຕະຖານ
ຂອງ ທະນາ ຄານ ເນື້ອເຍື່ອສາກົນ. 



ບັນດາຕົວແບບເນື້ອເຍື່ອດິບ ຂອງ ຄົນເຈັບໄດ້ເກັບຮັກສາໃນ ຕູ້ ເຢັນ ດ້ວຍອຸນຫະພູມ -80 ອົງສາເຊ. 


ບັນດາຕົວເລກຢູ່ເທິງຕູ້ຄຸ້ມຄອງຮັກສາເນື້ອເຍື່ອດິບ ໄດ້ກວດກາ ແລະ ບັນທຶກ ຢ່າງລະອຽດ ເປັນປະຈຳ. 


ບັນດາຕົວແບບເນື້ອເຍື່ອ ຊຶ່ງທ່ານໝໍ ໄດ້ປະຕິບັດການ ແຍກເອັນ ເນື້ອກ້າມ ແລະ ເລືອດຄ້າງ  ກ່ອນຈະນໍາໄປເກັບຮັກສາໄວ້ໃນ ຕູ້ ເຢັນ
ດ້ວຍ ອຸນຫະພູມ -80 ອົງສາເຊ.  

ທະນາຄານເນື້ອເຍື່ອ ແຫ່ງທຳອິດ ຂອງ ຫວຽດນາມ ມີຄວາມຫວັງວ່າ ຈະເປັນສູນຄົ້ນຄວ້າ ກໍ່ສ້າງ ປະຕິບັດຕົວຈິງ ແຖວໜ້າ ກ່ຽວກັບການຮັກສາເນື້ອເຍື່ອ, ເຕັກໂນໂລຊີ ເນື້ອເຍື່ອປ່ຽນຖ່າຍ ແລະ ຈຸລັງຕົ້ນ. ພ້ອມກັນນັ້ນ, ທະນາຄານ ເນື້ອເຍື່ອ ທີ່ໂຮງໝໍ ຫວຽດດຶກ ຈະເປັນພື້ນຖານ ອັນສຳຄັນ ເບື້ອງຕົ້ນ ສຳລັບການມອບສ່ົງ ເຕັກໂນໂລຊີ ກັບ ບັນດາທະນາຄານເນື້ອເຍື່ອແຫ່ງອື່ນ ທີ່ຈະໄດ້ຮັບການ ສ້າງຕັ້ງ ໃນອະນາຄົດ ຊຶ່ງເປັນການປະກອບສ່ວນຊ່ວຍໃຫ້ ພື້ນຖານ ການແພດ ຫວຽດນາມ ມີຄວາມຄືບໜ້າໄວ ແລະ ຫຍັບເຂົ້າໃກ້ກັບ ສັກກະລາດໃໝ່ ຂອງວິຊາການແພດໂລກ. 
ບົດ: ຖາວວີ - ພາບ: ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top