• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕັ້ງໜ້າກະກຽມໃຫ້ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ລາວ - ຫວຽດນາມ ຄັ້ງທີ 43

      2 ຄະນະກຳມະການກໍ່ສະຫລຸບ, ຕີລາຄາການພົວພັນຮ່ວມມືລົງທຶນ ລາວ - ຫວຽດນາມ ໃນປີ 2020 ແລະ ຍົກອອກທິດທາງການຮ່ວມມືລະຫວ່າງ 2 ຝ່າຍໃນປີ 2021.
 

(ພາບປະກອບ/nhandan.com.vn)
      ໃນລະຫວ່າງວັນທີ 20 – 21 ພະຈິກ, 2 ຄະນະກຳມະການຮ່ວມມື ລາວ - ຫວຽດນາມ, ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມ ເພື່ອກະກຽມໃຫ້ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ລາວ - ຫວຽດນາມ ຄັ້ງທີ 43, ຄາດວ່າ ຈະດຳເນີນໃນຕົ້ນເດືອນ ທັນວາ ຈະມາເຖິງ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຕີລາຄາວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19, ທັງ ລາວ ແລະ ຫວຽດນາມ ລ້ວນແຕ່ມານະພະຍາຍາມຄວບຄຸມເປັນຢ່າງດີ, ບໍ່ປະໃຫ້ໂລກລະບາດກໍ່ຜົນສະທ້ອນຕໍ່ການຮ່ວມມືລະຫວ່າງ 2 ປະເທດ. 2 ຝ່າຍກໍ່ໄດ້ປຶກສາຫາລື ແລະ ດັດປັບເນື້ອໃນຮ່າງຍຸດທະສາດຮ່ວມມື ລາວ - ຫວຽດນາມ, ຫວຽດນາມ - ລາວ ໄລຍະ 10 ປີ (2021 - 2030) ແລະ ສັນຍາຮ່ວມມືໄລຍະ 5 ປີ (2021 - 2025) ລະຫວ່າງ 2 ປະເທດ. 2 ຄະນະກຳມະການກໍ່ສະຫລຸບ, ຕີລາຄາການພົວພັນຮ່ວມມືລົງທຶນ ລາວ - ຫວຽດນາມ ໃນປີ 2020 ແລະ ຍົກອອກທິດທາງການຮ່ວມມືລະຫວ່າງ 2 ຝ່າຍໃນປີ 2021. ໄປຄຽງຄູ່ກັນນັ້ນ, 2 ຝ່າຍກໍ່ໄດ້ເຊັນບົດບັນທຶກການເຮັດວຽກ ແນໃສ່ເຫັນດີເປັນເອກະພາບໃນວຽກງານສົມທົບກັນກະກຽມເນື້ອໃນໃຫ້ແກ່ກອງປະຊຸມຄັ້ງທີ 43 ປີ 2021 ຂອງຄະນະກຳມະການຮ່ວມມື 2 ຝ່າຍລະຫວ່າງ ລາວ ແລະ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top