• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງຍໍຊົມເຊີຍ 50 ໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ

      50 ໝູ່ເຄະນະ ແລະ ສ່ວນບຸກຄົນ ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້ ແມ່ນບັນດາແບບຢ່າງດີເດັ່ນ, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂົງເຂດການຮ່ວມມື, ຄົ້ນຄວ້າ, ສິດສອນ, ບຳລຸງກໍ່ສ້າງ ແລະ ເຂົ້າຮ່ວມວຽກງານກຸສົນສັງຄົມ, ວຽກງານຂົນຂວາຍຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ທີ່ນະຄອນ ໂຮ່ຈີມິນ  ແຕ່ປີ 2018 – 2020.
ທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງປະທານ ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ
      ຕອນບ່າຍວັນທີ 21 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍໝູ່ຄະນະ, ສ່ວນບຸກຄົນ ທີ່ມີຜົນງານດີເດັ່ນໃນວຽກງານຊາວ ຫວຽດນາມ ອາໄສ ຢູ່ ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄລຍະ 2018 – 2020. 50 ໝູ່ເຄະນະ ແລະ ສ່ວນບຸກຄົນ ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້ ແມ່ນບັນດາແບບຢ່າງດີເດັ່ນ, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂົງເຂດການຮ່ວມມື, ຄົ້ນຄວ້າ, ສິດສອນ, ບຳລຸງກໍ່ສ້າງ ແລະ ເຂົ້າຮ່ວມວຽກງານກຸສົນສັງຄົມ, ວຽກງານຂົນຂວາຍຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ທີ່ນະຄອນ ໂຮ່ຈີມິນ  ແຕ່ປີ 2018 – 2020.
        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງປະທານ ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ, ໃຫ້ຮູ້ວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍຖືເປັນສຳຄັນ, ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນທີ່ຕັ້ງໜ້າຂອງປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ. ປີ 2020, ຈຳນວນຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ກັບຄືນເມືອປະເທດ ແມ່ນຫຼາຍທີ່ສຸດ, ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາຂອງບ້ານເກີດເມືອງນອນ. ປັດຈຸບັນ, 60 – 70% ຈໍານວນເງິນທຶນຂອງຊາວຕ່າງປະເທດສົ່ງມາ ໄດ້ລົງທຶນເຂົ້າໃນການຜະລິດດຳເນີນທຸລະກິດ ຢູ່ ຫວຽດນາມ. ບັນດານັກຊ່ຽວຊານ, ປັນຍາຊົນ ກໍຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນ, ຊ່ວຍໃຫ້ນະຄອນ ໂຮ່ຈີມິນ ໃນການຜັນຂະຫຍາຍບັນດາລາຍການກະໂດດຂັ້ນໂດຍ ກອງປະຊຸມໃຫຍ່ອົງຄະນະພັກນະຄອນ, ອາຍຸການທີ 9 ແລະ ທີ 10, ໄລຍະ 2010  - 2020 ໄດ້ວາງອອກ./.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top