• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຊ່າງພາບ ຢານແທງເຊີນ ກັບພາບຖ່າຍໝູ່ເກາະ ແລະ ທະເລ ຫວຽດນາມ

ຮູບພາບເກືອບ 200 ແຜ່ນ ຖ່າຍຈາກມູມສູງ ກ່ຽວກັບໝູ່ເກາະ ແລະ ທະເລ ຫວຽດນາມ ຂອງ ນັກສິລະປິນ ຊ່າງພາບ ຢານ ແທງເຊີນ ໄດ້ຈັດວາງສະແດງ ຢູ່ຫໍວັດທະນະທຳ ແທງນຽນ ນະຄອນ ໂຮ່ຈີມິນ (ເມືອງ 1) ແລະ ສະເໜີປຶ້ມປະມວນ ຮູບ ພາບ ກ່ຽວກັບ “ໝູ່ເກາະ ແລະ ທະເລ ຫວຽດນາມ”. 
ເຂົ້າຮ່ວມໃນພິທີໄຂງານວາງສະແດງຮູບພາບ ແລະ ສະເໜີ ປຶ້ມປະມວນຮູບພາບ ກ່ຽວກັບ “ໝູ່ເກາະ ແລະ ທະເລ ຫວຽດ ນາມ” ມີອະດີດປະທານປະເທດ ເຈືອງເຕິນຊາງ ພ້ອມ ພັນລະ ຍາ, ບັນດານັກສິລະປິນ, ເພື່ອນຮ່ວມອາຊີບ ແລະ ນັກ ທຸລະ ກິດ ທ່ີມີຊື່ສຽງ ຫຼາຍຄົນ. 

ຈາກຄວາມຮັກມັກ ແລະ ມີໂອກາດໄດ້ບິນຜ່ານເກາະໃຫຍ່, ນ້ອຍຫຼາຍແຫ່ງ ຂອງ ຫວຽດນາມ ຄື: ເຈື່ອງຊາ, ຝູ໋ກວີ໋, ກູ່ລາວ ຈ່າມ, ກູ່ລາວແຊງ, ໂກນດາວ... ນັກສິລະປິນຊ່າງພາບ ຢານ ແທງເຊີນ ໄດ້ຖ່່າຍຮູບພາບຫຼາຍ ແຜ່ນກ່ຽວກັບ ທຳມະຊາດທີ່ ສວຍງາມຂອງປະເທດຊາດ, ຍິ່ງໄປກວ່ານັ້ນ ແມ່ນເພື່ອ ເຮັດ ໃຫ້ເພື່ອນມິດສາກົນ ໄດ້ຮັບຮູ້ເຖິງອະທິປະໄຕ ທາງທະເລ ແລະ ບັນດາໝູ່ເກາະ, ກໍ່ຄືທ່າແຮງບົ່ມຊ້ອນດ້ານການ ທ່ອງ ທ່ຽວ ແລະ ເສດຖະກິດ ຂອງ ຫວຽດນາມ.

ປຶ້ມປະມວນຮູບພາບ ກ່ຽວກັບ “ໝູ່ເກາະ ແລະ ທະເລ ຫວຽດ ນາມ” ລວມມີຮູບ 445 ໃບ ໄດ້ຄັດເລືອກຈາກ ຮູບ ຫຼາຍພັນ ໃບ ໃນຊຸດສະສົມຮູບພາບ “ຫວຽດນາມ ເບິ່ງຈາກ ມູມສູງ” ແລະ ໄດ້ຖ່າຍຈາກ ການເດີນທາງໄປ ປະຕິບັດງານ ໃນທົ່ວປະ ເທດ ເປັນເວລາ 20 ປີ.

ນັກສິລະປິນຊ່າງພາບ ຢານແທງເຊີນ ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທີ 6 ເພິ່ນໄດ້ສະເໜີປື້ມ ແລະ ປະມວນພາບຖ່າຍ ກ່ຽວກັບ ທະເລ ແລະ ໝູ່ເກາະ ຫຼາຍຮ້ອຍແຫ່ງ ຂອງ ຫວຽດນາມ. 
 

ນັກສິລະປິນ ຊ່າງພາບ ຢານແທງເຊີນ. ພາບ: ຫງວຽນລວນ


ງານວາງສະແດງ ແລະ ພິທີສະເໜີຕົວ ປະມວນຮູບພາບ ກ່ຽວ ກັບ “ໝູ່ເກາະ ແລະ ທະເລ ຫວຽດນາມ”  ຂອງ ນັກສິລະປິນ ຊ່າງພາບ ຢານແທງເຊີນ ໄດ້ຈັດຂຶ້ນ ແຕ່ວັນທີ 4-6 ຕຸລາ 2019, ຢູ່ຫໍວັດທະນະທຳ ແທງນຽນ ນະຄອນ ໂຮ່ຈີມິນ (ເມືອງ 1). ພາບ: ຫງວຽນລວນ


ນັກສິລະປິນ ຊ່າງພາບ ຢານແທງເຊີນ ຮັບໃບຮັບຮອງຜູ້ສ້າງ ສະຖິຕິ “ປະມວນຮູບພາບ ລະດັບສູງຊຸດທຳອິດກ່ຽວກັບໝູ່ ເກາະ ແລະ ທະເລ ຫວຽດນາມ”. ພາບ: ຫງວຽນລວນ


ນັກສິລະປິນ ຊ່າງພາບ ຢານແທງເຊີນ ຕ້ອນຮັບແຂກຜູ້ມີກຽດ
ທີ່ມາເຂົ້າຮ່ວມໃນງານວາງສະແດງ. ພາບ: ຫງວຽນລວນ



ງານວາງສະແດງ  ກ່ຽວກັບ “ໝູ່ເກາະ ແລະ ທະເລ ຫວຽດ ນາມ” ໄດ້ຈັດຕັ້ງຢູ່ກາງແຈ້ງ. ພາບ: ຫງວຽນລວນ    

ນັກສິລະປິນຊ່າງພາບ ຢານແທງເຊີນ ເກີດປີ 1957, ເພິ່ນເປັນນັກຂ່າວ, ສະມາຊິກຂອງສະມາຄົມນັກຂ່າວ ຫວຽດນາມ, ສະ ມາຊິກຂອງສະມາຄົມນັກກົດໝາຍ ຫວຽດນາມ, ປະລິນຍາ ເອກ ກິດຕິມະສັກ World Records University (WRU). ເປັນເວລາ ກວ່າ 40 ປີຜ່ານມາ, ນັກຂ່າວ, ນັກສິລະປິນ ຊ່າງ ພາບ ຢານແທງເຊີນ ໄດ້ໄປ 89 ປະເທດ ແລະ ເຂດແຄວ້ນ ຕ່າງໆ ໃນໂລກ, ເຄີຍຈັດງານວາງສະແດງ ແລະ ສະໜີປື້ມ, ປະມວນ ຮູບພາບຫຼາຍຄັ້ງຢູ່ພາຍໃນ ແລະ ຕ່າງປະເທດ. ປະ ມວນຮູບພາບ ກ່ຽວກັບ ໝູ່ເກາະ ແລະ ທະເລ ຫວຽດນາມ” ໄດ້ສ້າງສະຖິຕິ “ປະມວນຮູບພາບລະດັບສູງ ຊຸດທຳອິດ ກ່ຽວ ກັບໝູ່ເກາະ ແລະ ທະເລ ຫວຽດນາມ”.

ປັດຈຸບັນ, ນັກສິລະປິນຊ່າງພາບ ຢານແທງເຊີນ ເປັນຜູ້ ຮັກ ສາຫຼາຍສະຖິຕິຢູ່ ຫວຽດນາມ ຄື: “ຜູ້ຖ່າຍພາບ ນັກການ ເມືອງ ຫຼາຍທີ່ສຸດ” (ປີ 2005); “ນັກສິລະປິນ ຊ່າງພາບ ຮັກ ສາຮູບພາບກ່ຽວກັບປະເທດຊາດ ທີ່ຖ່າຍ ທາງອາກາດ ຫຼາຍ ທີ່ສຸດ” (ປີ 2007) ແລະ “ສັນຍາລັກ ແຫ່ງການ ເຊື່ອມໂຍງ” - ປະມວນຮູບພາບ ລະດັບສູງ ຊຸດທໍາອິດກ່ຽວ ກັບ ການເຄື່ອນ ໄຫວດ້ານການທູດ ຂອງຫວຽດນາມ” (ປີ 2011). 

ຮູບພາບຈຳນວນໜຶ່ງ ຖ່າຍກ່ຽວກັບໝູ່ເກາະ ແລະ ທະເລ ຫວຽດນາມ ຂອງ ນັກສິລະປິນ ຊ່າງພາບ ຢານແທງເຊີນ:

































ປະຕິບັດ: ຫງວຽນລວນ


Top