• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງບັນດາທ້ອງຖີ່ນຂອງຫວຽດນາມ ແລະ ການາດາ

      ທີ່ການເຮັດວຽກ, ລັດຖະມົນຕີສອງທ່ານໄດ້ຢືນຢັນວ່າ ອຳນາດການປົກຄອງແຂວງ British Columbia ປາດຖະໜາຢາກເປີດກ້ວາງການຮ່ວມມືສາກົນ, ໂດຍສະເພາະແມ່ນກັບພາກພື້ນອາຊີ-ປາຊີຟິກ.
(ພາບ: TTXVN)
      ວັນທີ 16 ເມສາ, ທ່ານຫງວຽນກວາງຈຸງ, ຫົວໜ້າກົງສູນໃຫ່ຍຫວຽດນາມ ປະຈຳ ວານໂກເວີ (ການາດາ) ໄດ້ເຮັດວຽກທາງອອນລາຍກັບລັດຖະມົນຕີ 2 ທ່ານ ຮັບຜິດຊອບດ້ານເສດຖະກິດຂອງແຂວງ British Columbia, ນັ້ນແມ່ນທ່ານ Revi Kahlon - ລັດຖະມົນຕີກະຊວງວຽກເຮັດງານທຳ, ຟື້ນຟູເສດຖະກິດ ແລະ ທ່ານ George Chow, ລັດຖະມົນຕີຮັບຜິດຊອບການຄ້າຂອງແຂວງ. ທີ່ການເຮັດວຽກ, ລັດຖະມົນຕີສອງທ່ານໄດ້ຢືນຢັນວ່າ ອຳນາດການປົກຄອງແຂວງ British Columbia ປາດຖະໜາຢາກເປີດກ້ວາງການຮ່ວມມືສາກົນ, ໂດຍສະເພາະແມ່ນກັບພາກພື້ນອາຊີ-ປາຊີຟິກ. ປະຈຸບັນ, ຫວຽດນາມ ໄດ້ຮັບຄວາມຄາດຫວັງວ່າ ຈະແມ່ນຂົວເຊື່ອມຕໍ່ ເພື່ອນຳສິນຄ້າ ແລະ ການບໍລິການຂອງ ການາດາ ສຳຜັດກັບຕະຫຼາດອາຊຽນ. ໃນສະພາບສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້້າມປາຊີຟິກ (CPTPP) ພວມເປີດບັນດາໂອກາດໃໝ່, ເຈົ້າໜ້າທີ່ແຂວງ British Columbia ສອງທ່ານ ໄດ້ສະແດງຄວາມສົນໃຈ ຕໍ່ຄວາມສາມາດບົ່ມຊ້ອນກ່ຽວກັບການຮ່ວມມືກັບບັນດາທ້ອງຖິ່ນ, ວິສາຫະກິດຫວຽດນາມ ໃນຂົງເຂດໄມ້ ແລະ ຜະລິດຕະພັນໄມ້, ຖ່ານຫີນ, ສິນໃນນ້ຳ ແລະ ການນຳໃຊ້ເຕັກໂນໂລຊີໃນຂົງເຂດກະສິກຳ.
   ສ່ວນທ່ານຫົວໜ້າກົງສູນໃຫ່ຍ ຫງວຽນກວາງຈຸງ ສະແດງຄວາມເຊື່ອໝັ້ນວ່າ ບັນດາທ້ອງຖິ່ນ, ວິສາຫະກິດຫວຽດນາມ ແລະ ແຂວງ British Columbia ຈະແມ່ນບັນດາຄູ່ຮ່ວມມືທີ່ດີ ໃນສະພາບການສອງປະເທດ ພວມມີພື້ນຖານການພົວພັນດ້ານເສດຖະກິດ, ການເມືອງທີ່ດີງາມ.
 (ແຫຼ່ງຄັດຈາກ VOV)
 

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top