• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ການາດາ

ວັນທີ 23 ເມສາ, ຢູ່ສໍານັກງານ ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Deborah Paul, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ການາດາ ປະຈໍາ ຫວຽດນາມ ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດ ຢູ່ຫວຽດນາມ.

ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານນາງ Deborah Paul, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ການາດາ ປະຈໍາ ຫວຽດນາມ (ພາບ: qdnd.vn)

ທີ່ການຕ້ອນຮັບ, ທ່ານ ໂງຊວນລິກ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດງານຂອງຕົນ, ທ່ານນາງ Deborah Paul ຈະ ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງສະດວກ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ການາດາ.

        ສ່ວນທ່ານນາງເອກອັກລັດຖະທູດ ການາດາ ປະຈໍາ ຫວຽດນາມ Deborah Paul ສະແດງຄວາມປາດຖະໜາຢາກໄດ້ຮັບການສະໜັບສະໜູນຈາກ ຫວຽດນາມ ກໍຄືບັນດາປະເທດ ອາຊຽນ ເພື່ອເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີປ້ອງກັນຊາດ ບັນດາປະເທດ ອາຊຽນ ເປີດກວ້າງ ໂດຍໄວ; ທ່ານນາງໄດ້ຕີລາຄາສູງບັນດາການເຄື່ອນໄຫວຮັກສາສັນຕິພາບຂອງຫວຽດນາມ ແລະ ສະແດງຄວາມພ້ອມໃນການແບ່ງປັນບົດຮຽນ ກັບ ຫວຽດນາມ ທີ່ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ. ໃນຖານະຕໍາແໜ່່ງໃໝ່ຂອງຕົນ, ທ່ານນາງ Deborah Paul ຈະເຮັດຈົນສຸດຄວາມສາມາດ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ,ໃນນັ້ນມີການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ການາດາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top