• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຸດ​ໃໝ່​ໃນ​ວຽກ​ງານ​ບຸກ​ຄະ​​ລາ​ກອນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊາ​ຊົນ​ທຸກ​ຂັ້ນ ໃນ​ອາ​ຍຸ​ການ 2021 – 2026

ກອງປະຊຸມອອນລາຍທົ່ວປະເທດ ຝຶກອົບຮົມວິຊາສະເພາະວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຖືກຈັດຂຶ້ນໃນວັນທີ 25 ກຸມພາ.
ວຽກງານບຸກຄະລາກອນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊາຊົນທຸກຂັ້ນ ໃນອາຍຸການ 2021 – 2026 ມີຈຸດໃໝ່ຫຼາຍຢ່າງ (ພາບ: hanoimoi.com.vn)

ກ່າວຄຳເຫັນທີ່ກອງປະຊຸມອອນລາຍທົ່ວປະເທດ ຝຶກອົບຮົມວິຊາສະເພາະວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ທ່ານ ດັ້ງກາວດຶກ, ຮອງຫົວໜ້າກົມ 5, ຄະນະຈັດຕັ້ງສູນກາງ ໃຫ້ຮູ້ວ່າ: ຈຸດໃໝ່ໃນວຽກງານບຸກຄະລາກອນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊາຊົນທຸກຂັ້ນ ໃນການເລືອກຕັ້ງຄັ້ງນີ້ແມ່ນ ຜູ້ທີ່ໄດ້ຮັບຄຳແນະນຳເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດສະເພາະກິດ ຕ້ອງນອນໃນບັນຊີລາຍຊື່ແຜນກຳນົດສະມາຊິກສະພາແຫ່ງຊາດສະເພາະກິດ ຫຼື ຕຳແໜ່ງຮອງລັດຖະມົນຕີກະຊວງ ແລະ ຕຳແໜ່ງທີ່ເທົ່າທຽມຂຶ້ນໄປ; ຢູ່ທ້ອງຖິ່ນ ຕ້ອງແມ່ນບັນດາຕຳແໜ່ງເປັນຫົວໜ້າພະແນກ, ຂະແໜງການ ແລະ ເທົ່າທຽມຂຶ້ນໄປ; ຫົວໜ້າຜູ້ບັນຊາການທະຫານແຂວງ, ຫົວໜ້າຜູ້ບັນຊາການທະຫານປ້ອງກັນຊາຍແດນແຂວງ, ຫົວໜ້າຕຳຫຼວດຂັ້ນແຂວງ ແລະ ເທົ່າທຽມຂຶ້ນໄປ.

        ກ່ຽວກັບອາຍຸຂອງຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ໃນຄັ້ງນີ້, ສຳລັບພະນັກງານ, ລັດຖະກອນ, ພາລະກອນສະໝັກເປັນຄັ້ງທຳອິດ ຕ້ອງມີອາຍຸພຽງພໍເພື່ອເຂົ້າຮ່ວມສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ ແຕ່ 2 ຊຸດຂຶ້ນໄປ ຫຼື ຢ່າງໜ້ອຍແມ່ນ 1 ຊຸດ, ນັບແຕ່ເດືອນພຶດສະພາ ປີ 2021, ຊາຍຕ້ອງເກີດແຕ່ເດືອນ ກຸມພາ ປີ 1966, ຍິງ ຕ້ອງເກີດແຕ່ເດືອນ ມັງກອນ ປີ 1971 ມານີ້. ສຳລັບສະມາຊິກສະພາແຫ່ງຊາດສະເພາະກິດທີ່ເຂົ້າຮ່ວມການເລືອກຕັ້ງອີກຄັ້ງ (ເວັ້ນເສຍ ກຳມະການຄະນະປະຈຳສະພາແຫ່ງຊາດ), ສະມາຊິກສະພາປະຊາຊົນສະເພາະກິດທີ່ເຂົ້າຮ່ວມການເລືອກຕັ້ງອີກຄັ້ງຕ້ອງມີອາຍຸເພື່ອປະຕິບັດງານຢ່າງໜ້ອຍຊຸດຄົບ ½ ອາຍຸການ ຂຶ້ນໄປ ນັບແຕ່ເດືອນພຶດສະພາປີ 2021.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top