• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງ “ເສັ້ນທາງ ເຈືອງເຊີນ - ເສັ້ນທາງແຫ່ງໄຊຊະນະ”

      ບັນດາຮູບພາບ ແລະ ວັດຖຸພັນ ໄດ້ວາດພາບການຕໍ່ສູ້ທີ່ດຸເດືອດໃນເສັ້ນທາງ ເຈື່ອງເຊີນ. ຜ່ານນັ້ນ, ເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ຕໍ່ການອຸທິດສ່ວນຂອງທະຫານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາການປະກອບສ່ວນຂອງທະຫານເຈືອງເຊີນ.

ງານວາງສະແດງ “ເສັ້ນທາງ  ເຈືອງເຊີນ - ເສັ້ນທາງແຫ່ງໄຊຊະນະ” (ພາບ: VGP/ມິງຈາງ)
      ມີຮູບພາບ, ເອກະສານ ກ່ວາ 180 ຢ່າງໄດ້ນຳວາງສະແດງຢູ່ງານວາງສະແດງ “ເສັ້ນທາງ  ເຈືອງເຊີນ - ເສັ້ນທາງແຫ່ງໄຊຊະນະ” ເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16 ພຶດສະພາ, ຢູ່ນະຄອນ ດ່າຫນັງໂດຍກອງບັນຊາການທະຫານເຂດ 5 ຈັດຕັ້ງຂຶ້ນ.
        ບັນດາຮູບພາບ, ເອກະສານ, ວັດຖຸພັນປະຫວັດສາດທີ່ໄດ້ແນະນຳຢູ່ງານວາງສະແດງດັ່ງກ່າວລວມມີ 2 ເນື້ອໃນຕົ້ນຕໍແມ່ນ: “ເສັ້ນທາງ ເຈືອງເຊີນ, ເສັ້ນທາງໂຮ່ຈີມິນ, ເສັ້ນທາງແຫ່ງເທບນິຍາຍໃນການຕໍ່ສູ້ກູ້ຊາດຕ້ານອາເມລິກາ” ແລະ “ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນສືບຕໍ່ພາລະກຳອັນສະຫງ່າລາສີໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ”. ບັນດາຮູບພາບ ແລະ ວັດຖຸພັນ ໄດ້ວາດພາບການຕໍ່ສູ້ທີ່ດຸເດືອດໃນເສັ້ນທາງ ເຈື່ອງເຊີນ. ຜ່ານນັ້ນ, ເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ຕໍ່ການອຸທິດສ່ວນຂອງທະຫານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາການປະກອບສ່ວນຂອງທະຫານເຈືອງເຊີນ.
        ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນໄດ້ສ້າງໄປຜ່ານ 20 ແຂວງ ທີ່ຂຶ້ນກັບ 3 ປະເທດ ອິນດູຈີນ. ໃນໄລຍະ 16 ປີ, ທະຫານ ແລະ ປະຊາຊົນ ໄດ້ຂົນສົ່ງ ວັດຖຸ, ອາວຸດ ໄດ້1ລ້ານໂຕນ ໄປຍັງບັນດາສະໜາມຮົບ; ຂົນສົ່ງ ກອງພົນ ໄດ້10 ເທື່ອ, ກອງພົນໃຫຍ່ 3 ກອງ, ປ້ອງກັນຮັກສາເຫຼົ່າຮົບເຕັກນິກ ເຂົ້າສະໜາມຮົບໄດ້ 10 ຫົວໜ່ວຍ, ປະກອບສ່ວນເຫື່ອແຮງ ແລະ ເພີ່ມກຳລັງແຮງໃຫ້ແກ່ສະໝາມຮົບເຮັດໃຫ້ສົງຄາມຮຸກຮານ ຂອງສັດຕູຖືກປະລາໄຊ, ປະກອບສ່ວນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.
        ແລະກໍ່ໃນຕອນຄ່ຳວັນທີ 15 ພຶດສະພາ, ຢູ່ສະໜາມຫຼວງເມືອງ ອາເລືອຍ, ແຂວງເທື່ອທຽນ - ເຫ້ວ, ກະຊວງວັດທະນະທຳ - ກິລາ, ທ່ອງທ່ຽວຫວຽດນາມໄດ້ຈັດຕັ້ງພິທີປະກາດ ແລະ ມອບໃບຢັ້ງຢືນມໍລະດົກແຫ່ງຊາດພິເສດເສັ້ນທາງ ເຈືອງເຊີນ, ເສັ້ນທາງໂຮ່ຈີມິນ, ເສັ້ນທາງໄປຜ່ານບັນດາແຂວງຄື: ກ໋ວາງບີ່ງ, ກ໋ວາງຈິ, ເທື່ອທຽນເຫ້ວ, ກອມຕຸມ ແລະ ບີ່ງເຟືອກ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top