• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ງານມະໂຫລານ ດອກໄມ້ ດ່າລາດ 2019

ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບຫຼາຍໝື່ນຄົນ ໄດ້ຫຼັ່ງໄຫຼ ກັນມາ ດ່າລາດ, ນະຄອນແຫ່ງຄວາມຝັນ ຫຼື ດິນ ແດນແຫ່ງ ດອກໄມ້ ທີ່ແສນໂດດເດັ່ນ, ເພີດເພີນໃຈ ຂອງ ເຂດເມືອງພູພຽງ ທີ່ເຕັມໄປດ້ວຍແສງແດດ ແລະ ສາຍລົມ ຊຶ່ງເຕັມໄປສີສັນ ຂອງ ດອກໄມ້ ນາໆຊະນິດ ໃນງານ ມະໂຫລານ ດອກໄມ້ ດ່າລາດ ຄັ້ງທີ 8 ປະຈໍາປີ 2019. 
ງານມະໂຫລານ ດ່າລາດ ແມ່ນງານບຸນວັດທະນະທຳ-ທ່ອງທ່ຽວ ທີ່ເປັນເອກະລັກ ລະດັບຊາດ ແລະ ສາກົນ, ໄດ້ຈັດຂຶ້ນ 2 ປີ/ຄັ້ງໜຶ່ງ, ເປັນເຄື່ອງໝາຍການຄ້າ ງານບຸນ ທີ່ເຕັມໄປດ້ວຍ ສີສັນສະເພາະ ຂອງ ນະຄອນ ດ່າລາດ, ແຂວງ ເລີມດົ່ງ. ງານມະໂຫລານ ປີນີ້ ພາຍໃຕ້ຫົວເລື່ອງ ທີ່ວ່າ “ດ່າລາດ ແລະ ດອກໄມ້” ກັບການເຄື່ອນໄຫວຫຼາຍຢ່າງ ເຊີດຊູ ບັນດາຄຸນຄ່າ ຂອງດອກໄມ້ ແລະ ຂະແໜງດອກໄມ້ ຊຶ່ງເປັນ ໜ່ຶງໃນບັນດາທ່າແຮງ ສະເພາະ ຂອງ ແຂວງ ເລີມດົ່ງ.

ເພື່ອກະກຽມໃຫ້ແກ່ງານມະໂຫລານ ດອກໄມ້ຄັ້ງນີ້, ດ່າລາດ ໄດ້ໃຫ້ການ ກໍ່ສ້າງສະຖານທີ່ ວາງສະແດງດອກໄມ້ ສິລະປະ ຂະໜາດໃຫຍ່ ຢູ່ ທົ່ວທຸກແຫ່ງ ຂອງນະຄອນ ເພື່ອໃຫ້ ນັກທ່ອງທ່ຽວ ມີໂອກາດ ໄດ້ຊົມ ຄວາມສວຍງາມ ປະເພດ ດອກໄມ້ ນາໆ ຂອງ ດ່າລາດ. ຄະນະງານ ໃຫ້ຮູ້ວ່າ ມີດອກໄມ້ ສົດກວ່າ 250.000 ກະຖາງ, ກວ່າ 6000 ຜົນງານປະດິດແຕ່ງ ກ່ຽວກັບ ດອກໄມ້, ຕົ້ນໄມ້ປະດັບເອ້,  ກ່ວາ 2500 ຜົນງານ ປະດິດແຕ່ງ ກ່ຽວກັບ ຮູບພາບພູຜາ, ທິວທັດ ຂະໜາດນ້ອຍ ແລະ ດອກເຜິ້ງ, ດອກກ້ວຍໄມ້, ດອກໄມ້ກາຍພັນ... ໄດ້ນຳໃຊ້ ເພື່ອການ ປະດັບປະດາ ໃນໂອກາດນີ້. ນອກຈາກນັ້ນ, ບັນດາ ທົ່ງດອກໄມ້ທີ່ກວ້າງໃຫຍ່ ຂອງໝູ່ບ້ານມູນເຊື້ອ ທີ່ມີຊ່ືສຽງ ຢູ່ ດ່າລາດ ເຊັ່ນ: ວ້ານແທ່ງ, ຖ໋າຍຟຽນ, ຮ່າດົງ... ກໍໄດ້ເປີດ ຕ້ອນຮັບນັກທ່ອງທ່ຽວ. ພິເສດ, ບັນດາວິສາຫະກິດຜະລິດ ແລະ ດຳເນີນທຸ ລະກິດຂະໜາດໃຫຍ່ ຂອງ ດ່າລາດເຊັ່ນ: ດ່າລາດ Hasfarm, ບໍລິສັດ ຣຶ່ງຮວາ ດ່າລາດ... ໄດ້ນຳສະເໜີ ແລະ ສະແດງ ດອກໄມ້ ສິລະປະ ທີ່ເປັນເອກະລັກ ຫຼາຍ ລາຍການ ແນໃສ່ ໂຄສະນາເຜີຍແຜ່ ເຖິງທ່າແຮງ ຂອງ ຂະແໜງການດອກໄມ້ ດ່າລາດ. 


ພິທີໄຂງານມະໂຫລານ ດອກໄມ້ ດ່າລາດ ປີ 2019. ພາບ: ເຈິ່ນແທງຢາງ


ຕົ້ນໄມ້ ຜ່ານການຕັດລິ ໄດ້ສ້າງເປັນຮູບນົກຂຽນ ຢູ່ໃຈກາງ ນະຄອນ ດ່າລາດ. ພາບ: ເຈິ່ນແທງຢາງ


ການປະດັບປະດາພາຍໃຕ້ຫົວຂໍ້ “ຮ່ອມພູແຫ່ງຄວາມຮັກ”. ພາບ: ເຈິ່ນແທງຢາງ


ນັກທ່ອງທ່ຽວຍ່າງຫຼິ້ນຢູ່ຕາມຖະໜົນດອກໄມ້. ພາບ: ເຈິ່ນແທງຢາງ


ບັນທຶກ ຮູບພາບ ກ່ຽວກັບ ດອກໄມ້ຢູ່ ນະຄອນ ດ່າລາດ. ພາບ: ເຈິ່ນແທງຢາງ


ບັນດາດອກໄມ້ນາໆ ຊະນິດ ຢູ່ຖະໜົນ ແຄມໜອງ ຊວນເຮືອງ. ພາບ: ເຈິ່ນແທງຢາງ


ນັກທ່ອງທ່ຽວຖ່າຍຮູບ ເພື່ອເປັນທີ່ລະນຶກ ຢູ່ຂ້າງ ນຳ້ພຸ ໃຈກາງ ນະຄອນ ດ່າລາດ. ພາບ: ເຈິ່ນແທງຢາງ


ນັກທ່ອງທ່ຽວ ຊົມງານມະໂຫລານ ດອກໄມ້ ດ່າລາດ ດ້ວຍ ລົດມ້າ. ພາບ: ເຈິ່ນແທງຢາງ


ດອກ Tulip ຜ່ານສິລະປະການຈັດວາງ. ພາບ: ເຈິ່ນແທງຢາງ


ກຳມະກອນ ບົວລະບັດ ບັນດາດອກໄມ້ສົດ ຢູ່ຕາມຖະໜົນ. ພາບ: ເຈິ່ນແທງຢາງ


ຊຸດແຕ່ງງານ ທີ່ໄດ້ປະກອບດ້ວຍ ດອກໄມ້ສົດ ໃຫຍ່ທີສຸດ ຫວຽດນາມ ໂດຍເຂດທ່ອງທ່ຽວ F ທົ່ງນາ ດອກໄມ້ ນະຄອນ ດ່າລາດ ເປັນຜູ້ຕົບແຕ່ງ. ພາບ: ເຈິ່ນແທງຢາງ


ຄວາມສວຍງາມຢ່າງເພີດເພີນໃຈ ແລະ ເຮັດໃຫ້ຜູ້ຊົມ ມີຄວາມ ຮູ້ສຶກ ອາໄລຫາ ຮູບພາບຂອງ ນະຄອນ ດ່າລາດ ໃນສະໄໝປາງກ່ອນ. ພາບ: ເຈິ່ນແທງຢາງ


ສວນດອກໄມ້. ພາບ: ເຈິ່ນແທງຢາງ


ຄວາມງາມຂອງດອກໄມ້ ຢູ່ ດ່າລາດ. ພາບ: ເຈິ່ນແທງຢາງ


ບັນດາປ່ອງຢ້ຽມ ທີ່ເຕັມໄປດ້ວຍ ສີສັນຂອງດອກໄມ້ສົດ ຢູ່ຕາມ ຖະໜົນດ່າລາດ. ພາບ: ແທງຮ່ວາ


ການປະສົມປະສານ ລະຫວ່າງ ການລະບາຍສີ ແລະ ດອກໄມ້ ໄດ້ສ້າງຄວາມສວຍງາມທີ່ສົດໃສ ຢູ່ຖະໜົນ ສາຍຕ່າງໆ ໃຈກາງ ນະຄອນ ດ່າລາດ. ພາບ: ແທງຮ່ວາ


ຄວາມສວຍງາມແບບເພີດເພີນໃຈ ຢູ່ນິຄົມ ດອກໄມ້ ກີ່ວ Mimosa, ນະຄອນ ດ່າລາດ. ພາບ: ແທງຮ່ວາ


ລົດແທັກເຕີ ຖືກປະດັບດ້ວຍດອກ ແລ່ນຢູ່ຕາມຖະໜົນ. ພາບ: ແທງຮ່ວາ


ການປະດັບປະດາດອກໄມ້ ຢູ່ ພາຍໃນ ງານມະໂຫລານ ດ່າລາດ 2019 ມີຄວາມສວຍງາມ ຄືດັ່ງໃນເທບນິຍາຍ. ພາບ: ແທງຮ່ວາ

ພາຍໃນງານມະໂຫລານ ດອກໄມ້ ດ່າລາດ 2019, ນັກທ່ອງທ່ຽວ ຈະຮູ້ສຶກຕື່ນເຕັ້ນ ແລະ ປະທັບໃຈ ຢ່າງຍິ່ງ ຕໍ່ຄວາມງາມ ທີ່ສົດໃສ ແລະ ສະດຸດຕາ ຂອງ ບັນດາສວນ ດອກໄມ້, ທົ່ງດອກໄມ້ ທີ່ອວດສີສັນນາໆ ຊະນິດ ໃນແສງແດດ ແລະ ຄວາມໜາວເຢັນເລັກນ້ອຍ ໃນທ້າຍລະດູໜາວ ຢູ່ ນະຄອນ ດ່າລາດ. ຢູ່ອ້ອມຂ້າງໜອງ ຊວນເຮືອງ ແລະ ຖະໜົນ ສາຍໃຈກາງ ຫຼາຍສາຍ ຂອງ ນະຄອນ ດ່າລາດ ມີດອກໄມ້ສົດ ຢູ່ ທຸກຫົນທຸກແຫ່ງ. ດອກໄມ້ອວດສີສັນ ແຕ່ເຮືອນ ອອກ ສູ່ຖະໜົນ, ເທິງລະບຽງເຮືອນ, ປ່ອງຢ້ຽມ ຫຼື ໂຮງແຮມ... ຮູບພາບຂອງ ດອກໄມ້ ໄດ້ປະກອບສ່ວນ ສ້າງບັນຍາກາດ ທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມເພີດເພີນໃຈ.

ດ່າລາດ ເປັນດິນແດນທ່ີມະຫັດສະຈັນ, ບໍ່ພຽງແຕ່ ມີເນີນ ປ່າແປກ, ນໍ້່າຕົກຕາດ ແລະ ບັນດາຮ່ອມພູທີ່ເຕັມໄປດ້ວຍນໍ້າ   ໝອກສີຂາວເທົ່ານັ້ນ, ແຕ່ຍັງເປັນ ດິນແດນແຫ່ງດອກໄມ້ນາໆພັນອີກດ້ວຍ. ຢູ່ທີ່ນີ້, ດອກໄມ້ເກີດຕາມທຳມະຊາດ ຢູ່ຕາມ ທົ່ງນາ ແລະ ໄດ້ປູກຢູ່ທົ່ວທຸກບ່ອນ. ສິ່ງດັ່ງກ່າວ ບໍ່ພຽງແຕ່ ສ້າງຄວາມງາມທີ່ເປັນເອກະລັກ ຂອງ ນະຄອນ ທີ່ເຕັມໄປດ້ວຍນໍ້າໝອກເທົ່ານັ້ນ, ແຕ່ຍັງສ້າງທ່າແຮງ ສະເພາະ ໃຫ້ແກ່ຂະແໜງການທ່ອງທ່ຽວ, ຂະແໜງການປູກ ແລະ ສົ່ງອອກ ດອກໄມ້, ເຮັດໃຫ້ດ່າລາດ ກາຍເປັນ ນະຄອນ ແຫ່ງດອກໄມ້ ຂອງ ຫວຽດ ນາມ ແລະ ເປັນສູນກາງສົ່ງອອກ ດອກໄມ້ຂອງ ຫວຽດນາມ ອີກດ້ວຍ.

 
ປະຕິບັດ: ແທງຮ່ວາ, ເຈິ່ນແທງຢາງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top