• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານປະກວດສຽງເພງອາຊຽນ + 3

     
      ໃນເດືອນ ກໍລະກົດ ປີ 2019 ນີ້, ຢູ່ເຂດວາງແຜນຜັງ - ຕະຫຼາດນັດ - ວາງສະແດງ ແລະ ວັດທະນະທຳແຂວງກວາງນິງ ໄດ້ຈັດງານປະກວດສຽງເພງອາຊຽນ + 3 ຄັ້ງທີ 2 ປີ 2019, ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງ ຫວັງວ່າຈະນຳມາໃຫ້ທ່ານຜູ້ຟັງບັນດາສຽງເພງທີ່ໜ້າປະທັບໃຈ ແລະ ມີສີສັນຫຼາກຫຼາຍ. ງານປະກວດສຽງເພງອາຊຽນ + 3 ແມ່ນບ່ອນຊ່ວຍສ້າງຄວາມໄຝ່ຝັນໃຫ້ບັນດານັກຮ້ອງໜຸ່ມ. ງານປະກວດສຽງເພງອາຊຽນ + 3 ແມ່ນເຫດການວັດທະນະທຳເພື່ອປະກອບສ່ວນສ້າງຂົວເຊື່ອມຕໍ່ສັນຕິພາບ, ມິດຕະພາບ, ພ້ອມກັນພັດທະນາລະຫວ່າງບັນດາປະເທດສະມາຊິກຂອງອາຊຽນ ແລະ ບັນດານັກຮ້ອງຜູ້ຖືກເຊີນມາຈາກຍີ່ປຸ່ນ, ຈີນ. ໃນລະຫວ່າງວັນທີ 26 – 27 ກໍລະກົດ, ຜູ້ເຂົ້າປະກວດ 22 ຄົນດີເດັ່ນທີ່ມາຈາກ 10 ປະເທດອາຊຽນ ຈະເຂົ້າຮ່ວມການປະກວດຮອບຮອງຊະນະເລີດ. ແມ່ນໃຜຈະຍາດໄດ້ໄຊຊະນະໃນງານປະກວດປີນີ້? ເຊີນທ່ານຜູ້ຟັງ, ຜູ້ຊົມຮັບຊົມຄ່ຳຄືນປະກວດຮອບຊິງຊະນະເລີດ ແລະ ມອບລາງວັນງານປະກວດສຽງເພງອາຊຽນ + 3 ຄັ້ງທີ 2 ປີ 2019 ເຊິ່ງຈະໄດ້ຖ່າຍທອດສົດຜ່ານຊ່ອງໂທລະພາບ ວັດທະນະທຳ - ກິລາ, Vietnam journey, VTC 1 ແລະ ໄດ້ອອກອາກາດສົດໃນຄື້ນຂອງ VOV5, VOV3 ໃນເວລາ 20 ໂມງຂອງວັນທີ 28 ກໍລະກົດ 2019.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top