• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນດອກບານປີ2018ເຊີດຊູບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອ

      ຕອນຄ່ຳວັນທີ 17 ມີນາ ຢູ່ ນະຄອນ ດ້ຽນບຽນ ໄດ້ດຳເນີນພິທີໄຂງານບຸນດອກບານ (ດອກສ້ຽວປ່າ) ຄັ້ງທີ 5 ປີ 2018. 

ລາຍການສະແດງສິລະປະໃນງານບຸນດອກບານປີ2018
ພາບ:Vietnam+
      ເຂົ້າຮ່ວມພິທີ ມີທ່ານ ຫງວຽນວັນບີງ, ຫົວຫນ້າຄະນະເສດຖະກິດສູນກາງ, ຫົວຫນ້າຄະນະຊີ້ນຳເຂດໄຕບັກ (ໝາຍເຖິງເຂດຕາເວັນຕົກສ່ຽງເຫນືອຫວຽດນາມ), ທ່ານ ໂດ໋ບາຕີ້, ຮອງປະທານສະພາແຫ່ງຊາດ, ແລະ ຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການສູນກາງ, ການນຳແຂວງ ດ້ຽນບຽນ ແລະ ບັນດາແຂວງຢູ່ພາຍໃນປະເທດ.
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນບີງ ໄດ້ເນັ້ນຫນັກວ່າ: ບັນດາການເຄື່ອນໄຫວໃນງານບຸນເພື່ອແນໃສ່ເຊີດຊູ, ອະນຸລັກຮັກສາບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ໂຄສະນາພາບພົດເຂດດິນແດນ ແລະ ປະຊາຊົນຢູ່ແຂວງ ດ້ຽນບຽນ ຕໍ່ກັບເພື່ອນມິດຢູ່ພາຍໃນ ແລະ ສາກົນ.
        “ຄວາມງາມຂອງ ດອກບານ ບໍ່ພຽງແຕ່ເປັນສັນຍາລັກໃຫ້ຄວາມຮັກເທົ່ານັ້ນ ຍັງເປັນສັນຍາລັກຂອງພະລັງຊີວິດອັນແຮງກ້າ, ບືນຕົວຂຶ້ນ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ດ້ວຍມູນເຊື້ອ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຜົນງານທີ່ບັນລຸໄດ້, ເປັນຈິດຫນຶ່ງໃຈດຽວຂອງທັງລະບົບການເມືອງ ແລະ ການສະຫນັບສະຫນູນຂອງປະຊາຊົນເຂດໄຕບັກ, ແຂວງ ດ້ຽນບຽນ ຈະມີບາດກ້າວພັດທະນາຢ່າງແຮງກວ່າ ແມ່ນຈຸດນັດພົບອັນດູດດື່ມຂອງນັກທ່ອງທ່ຽວມາຈາກທຸກສາລະທິດ ແລະ ສາກົນ, ສົມກັບເຂດດິນແດນຂອງດອກບານທີ່ສວຍງາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top