• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຳໝັ້ນສັນຍາຂອງ ຫວຽດນາມ ປະກອບແຫຼ່ງກຳລັງ ແລະ ຮ່ວມເດີນທາງພ້ອມກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ສ້າງພື້ນຖານການສຶກສາເປີດ

      ວັນທີ 17 ມິຖຸນາ, ສະພາລັດຖະມົນຕີກະຊວງການສຶກສາ ອາຊີຕາເວັນອອກສ່ຽງໃຕ້ ຈັດຕັ້ງກອງປະຊຸມຄັ້ງທີ 51 (SEAMEC) ແລະ ກອງປະຊຸມສົນທະນາຍຸດທະສາດການສຶກສາ ຄັ້ງທີ 5 (SDEM 5). ທ່ານລັດຖະມົນຕີກະຊວງການສຶກສາ ແລະ ບຳລັງສ້າງ ຫວຽດນາມ ຫງວຽນກິມເຊີນ ກໍໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສ ຢູ່ກອງປະຊຸມ.
ກອງປະຊຸມ ສະພາລັດຖະມົນຕີກະຊວງການສຶກສາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 51
      ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໄດ້ແບ່ງປັນກ່ຽວກັບບັນດາຜົນກະທົບຂອງໂລກລະບາດໂຄວິດ - 19 ຕໍ່ການສຶກສາ ຢູ່ ຫວຽດນາມ ແລະ ບັນດາມາດຕະການຮັບມື ທີ່ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ ຫວຽດນາມ. ທ່ານກໍໃຫ້ຮູ້ວ່າ ບຸລິມະສິດຍຸດທະສາດຂອງຂະແໜງການສຶກສາ ຫວຽດນາມ ແມ່ນ ສ້າງໂປແກຼມຕ່າງໆທີ່ໜູນຊ່ວຍການຮຽນຢູ່ເຮືອນ, ການຮຽນແບບທາງໄກ, ລະບົບການຮ່ຳຮຽນປະສົມປະສານລະຫວ່າງການຮຽນໂດຍກົງ ກັບການຮຽນຈາກທາງໄກ.  ໃນນັ້ນ ຈະຊຸກຍູ້ການຄົ້ນຄວ້າ, ນຳໃຊ້ປັນຍາປະດິດ ແລະ ເຕັກໂນໂລຢີຫຼ້າສຸດເຂົ້າໃນການສຶກສາ, ຍູ້ແຮງການຮ່ວມມືຢ່າງຮອບດ້ານລະຫວ່າງບັນດາກະຊວງ, ຂະແໜງການ ແລະ ບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ໃນວິວັດການຫັນການສຶກສາເປັນດີຈີຕອນ.
        ໂດຍຕີລາຄາສູງບັນດາຜົນງານ ແລະ ຜົນສຳເລັດຂອງ ສະພາລັດຖະມົນຕີການສຶກສາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໃນຊຸມວັນຜ່ານມາ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມທີ່ວ່າ ຈະປະກອບແຫຼ່ງກຳລັງ ແລະ ຮ່ວມເດີນທາງພ້ອມກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ສ້າງພື້ນຖານການສຶກສາເປີດ, ຊຸກຍູ້ບັນດາຂໍ້ລິເລີ່ມ ເພື່ອແນໃສ່ມຸ່ງໄປເຖິງການສ້າງພື້ນຖານການສຶກສາມີຄຸນນະພາບ, ຮັບປະກັນບໍ່ປະໃຫ້ມີນັກຮຽນຖືກຕົກຢູ່ເບື້ອງຫຼັງ.  
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top