• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດ​ວ່າ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 57 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊ​າດ​ຫວຽດ​ນາມ ຊຸດ​ທີ 14 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 14 ມິ​ຖຸ​ນາ

 ວັນທີ 11 ມິຖຸນາ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ອອກແຈ້ງການສື່ມວນຊົນກ່ຽວກັບລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 57 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 14. 
ກອງປະຊຸມສະໄໝສາມັນເທື່ອທີ 56 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: TTXVN)

ຕາມນັ້ນແລ້ວ, ນັບແຕ່ວັນທີ 14 – 15 ມິຖຸນາ 2021, ກອງປະຊຸມສະໄໝສາມັນເທື່ອທີ 57 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະຖືກຈັດຂຶ້ນຢູ່ ຫໍປະຊຸມສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຈະກ່າວຄຳເຫັນໄຂກອງປະຊຸມ ແລະ ຈະພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດ ຈະຜັດປ່ຽນກັນຊີ້ນຳກອງປະຊຸມ.

        ຕາມລາຍການແລ້ວ, ຄາດວ່າ ຄະນະປະຈຳສະພາແຫ່ງຊາດ ຈະດຳເນີນກອງປະຊຸມເພື່ອພິຈາລະນາ, ປະກອບຄຳເຫັນໃສ່ບັນດາເນື້ອໃນດັ່ງນີ້: ສະພາເລືອກຕັ້ງແຫ່ງຊາດ ລາຍງານສະຫຼຸບໃນເບື້ອງຕົ້ນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026; ປະກອບຄຳເຫັນກ່ຽວກັບ ໂຄງຮ່າງລາຍການສ້າງກົດໝາຍ, ລັດຖະບັນຍັດ ປີ 2022 ຂອງສະພາແຫ່ງຊາດ; ວຽກງານການກະກຽມໃຫ້ແກ່ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15; ຄາດຄະເນລາຍການຕິດຕາມກວດກາຂອງ ສະພາແຫ່ງຊາດ  ແລະ ຄະນະປະຈຳສະພາແຫ່ງຊາດ ປີ 2022.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top