• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ພັກການ​ທະ​ຫານ​ສູນ​ກາງ​ສະຫຼຸບວຽກ​ງານ​ການ​ທະ​ຫານ, ປ້ອງ​ກັບ​ຊາດ​ປີ 2019

ວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງຈັດຕັ້ງກອງປະຊຸມ ສະຫຼຸບວຽກງານການທະຫານ, ປ້ອງກັນຊາດປີ 2019 ແລະ ຮັບຮອງເອົາຮ່າງມະຕິຊີ້ນຳນຳພາປະຕິບັດໜ້າທີ່ ປີ 2020.


ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ

(ພາບ: TTXVN) 


ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງໂດຍຕາງໜ້າໃຫ້ແກ່ພັກ, ລັດ ໄດ້ຕີລາຄາສູງໝາກຜົນຂອງການຊີ້ນຳ, ນຳພາຂອງ ຄະນະພັກການທະຫານສູນກາງ ແລະ ພະນັກງານ, ນັກຮົບທົ່ວກອງທັບໃນການປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດ ປີ 2019. ໃນນັ້ນ, ໄດ້ສຸມໃສ່ ການປະຕິບັດ ແລະ ເຮັດສຳເລັດ 9 ໜ້າທີ່ຈຸດສຸມເປັນຢ່າງດີ, ສ້າງການຜັນປ່ຽນຢ່າງແຮງໃນດ້ານວຽກງານການທະຫານ, ປ້ອງກັນຊາດ.

ປີ 2020, ໜ້າທີ່ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ ສືບຕໍ່ມີຄວາມຮຽກຮ້ອງຕ້ອງການໃໝ່ ຫຼາຍຢ່າງ. ທ່ານ ຫງວຽນຟຸຈ້ອງ ໄດ້ຮຽກຮ້ອງ ທົ່ວກອງທັບ ຕ້ອງເປັນເຈົ້າການ, ຕຶ່ນຕົວໄວ, ຄາດຄະເນໂດຍໄວ ແລະ ຕີລາຄາສະພາບການຢ່າງຖືກຕ້ອງ. ຄຽງຄູ່ກັນນັ້ນ, ກະຊວງປ້ອງກັນປະເທດຕ້ອງຊີ້ນຳຍົກສູງຄຸນນະພາບໃນການຝຶກແອບໃຫ້ແກ່ບັນດາກຳລັງເພື່ອຕອບສະໜອງຄວາມຮຽບຮ້ອງຕ້ອງການຂອງ ການສູ້ຮົບ ໃນເງື່ອນໄຂໃໝ່.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top