• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມກຸ່ມໃຫ້ຄຳປຶກສາ AIPA ຄັ້ງທີ 12

      ກອງປະຊມ ກຸ່ມໃຫ້ຄຳປຶກສາ ສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 12 (AIPA Caucus 12) ທີ່ຖືກຈັດຂຶ້ນຜ່ານທາງອອນລາຍ ດ້ວຍຫົວຂໍ້ ເພີ່ມທະວີກຳລັງຄວາມສາມາດໃນການຟື້ນຟູລະບົບການສະໜອງ ແລະ ຍູ້ແຮງການເຊື່ອມຕໍ່ການຄ້າ”.
ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມການລົງນາມຮັບຮອງເອົາບົດລາຍງານກອງປະຊຸມ AIPA Caucus 12 (ພາບ: TTXVN)
      ວັນທີ 16 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ,  ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊມ ກຸ່ມໃຫ້ຄຳປຶກສາ ສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 12 (AIPA Caucus 12) ທີ່ຖືກຈັດຂຶ້ນຜ່ານທາງອອນລາຍ. ກອງປະຊຸມມີຫົວຂໍ້ “ເພີ່ມທະວີກຳລັງຄວາມສາມາດໃນການຟື້ນຟູລະບົບການສະໜອງ ແລະ ຍູ້ແຮງການເຊື່ອມຕໍ່ການຄ້າ”; ດ້ວຍເນື້ອໃນສຸມໃສ່ປຶກສາຫາລືກ່ຽວກັບສະພາບການປະຕິບັດມະຕິສະບັບຕ່າງໆຂອງສະມັດຊາໃຫຍ່ AIPA ຄັ້ງທີ 41, ພ້ອມດ້ວຍບົດລາຍງານແຫ່ງຊາດ, ຂໍ້ສະເໜີທີ່ກ່ຽວຂ້ອງເຖິງຫົວຂໍ້ຂອງກອງປະຊຸມ.
        ກ່າວຄຳເຫັນທີ່ກອງປະຊຸມ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ຍົກອອກບັນດາຂໍ້ສະເໜີສຳລັບລັດຖະສະພາສະມາຊິກ AIPA.  ນັ້ນແມ່ນ ບັນດາປະເທດສະມາຊິກ ສືບຕໍ່ສຳຫຼວດກວດຄືນ ແລະ ສ້າງກອບນິຕິກຳໃຫ້ສົມບູນແບບ ເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ຮັບປະກັນໃຫ້ສິນຄ້າຈໍລະຈອນ ແລະ ບັນດາລະບົບການສະໜອງໃນພາກພື້ນບໍ່ຖືກຂາດວັກຂາດຕອນ. ຊຸກຍູ້ການໃຫ້ສັດຕະຍາບັນບັນດາສົນທິສັນຍາການຄ້າເສລີ; ເພີ່ມທະວີການຕິດຕາມກວດກາລັດຖະສະພາໃນການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການລົງທຶນ ແລະ ການຄ້າ ໃນຂອບເຂດພາກພື້ນ ແລະ ສາກົນ. ສ້າງຕັ້ງແບບວິທີໃໝ່ໃນການຊຸກຍູ້ການພົວພັນການຄ້າສອງຝ່າຍ ແລະ ສົ່ງເສີມຕະຫຼາດ ຜ່ານບັນດາຮູບການທາງອອນລາຍ. ຮັກສາບັນດາຄຳໝັ້ນສັນຍາເປີດປະຕູຕະຫຼາດ ເພື່ອເພີ່ມທະວີກຳລັງຄວາມສາມາດໃນການຟື້ນຟູ ແລະ ລັກສະນະຍືນຍົງຂອງລະບົບສະໜອງໃນພາກພື້ນ.  ຕັ້ງໜ້າຍາດແຍ່ງກາລະໂອກາດຈາກສົນທິສັນຍາການຄ້າໃໝ່ສະບັບຕ່າງໆ. ເພີ່ມທະວີການພັດທະນາຕະຫຼາດໃນພາກພື້ນ, ສ້າງບັນດາລະບົບການສະໜອງໃຫ້ຕະຫຼາດພາກພື້ນໃຫ້ສົມບູນແບບ. ພັດທະນາລະບົບ logistics ໜູນຊ່ວຍລະບົບການສະໜອງ. ເພີ່ມທະວີການໝູນໃຊ້ເຕັກໂນໂລຢີດີຈີຕອນໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ; ຊຸກຍູ້ການຈຳໜ່າຍສິນຄ້າຜ່ານລະບົບການຄ້າເອເລັກໂຕນິກ.
        ສະຫຼຸບກອງປະຊຸມ, ຜູ້ແທນບັນດາປະເທດໄດ້ຮັບຮອງເອົາບົດລາຍງານ ກອງປະຊຸມ AIPA Caucus 12 ແລະ ເປັນເອກະພາບນຳກັນວ່າ AIPA Caucus 13 ຈະຖືກຈັດຂຶ້ນຢູ່ ໄທ. 
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top