• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນການຕ່າງປະເທດຫວຽດນາມ ມາອວຍພອນວັນຊາດລາວຄົບຮອບ 45 ປີ

ທ່ານຮອງລັດຖະມົນຕີສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ນ້ຳໃຈສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ ໃນສະພາບໂລກລະບາດໂຄວິດ-19 ເກີດຂຶ້ນຢ່າງຮ້າຍແຮງໃນໂລກ.


ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ມາອວຍພອນຢູ່ສະຖານທູດລາວ ປະຈຳຮ່າໂນ້ຍ

(ພາບ: baoquocte.vn)


ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ (02 ທັນວາ 1975 – 02 ທັນວາ 2020), ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກ໊ວກຢຸງ ແລະ ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ໄດ້ມາອວຍພອນຢູ່ສະຖານທູດລາວ ປະຈຳຮ່າໂນ້ຍ.

        ຢູ່ທີ່ນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກ໊ວກຢຸງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ທັງໝົດ ແລະ ທ່ານໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລາວ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 45 ປີຜ່ານມາ. ທ່ານຮອງລັດຖະມົນຕີສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ນ້ຳໃຈສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ ໃນສະພາບໂລກລະບາດໂຄວິດ-19 ເກີດຂຶ້ນຢ່າງຮ້າຍແຮງໃນໂລກ. ໃນປີ 2020, 2 ຝ່າຍໄດ້ຈັດຕັ້ງການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນບາງຄັ້ງຢ່າງມີໄຫວພິບ ແລະ ບັນລຸໄດ້ບັນດາຜົນງານຢ່າງແທ້ຈິງ.

        ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຢືນຢັນວ່າ, ຈະສືບຕໍ່ຮ່ວມມືກັບກະຊວງການຕ່າງປະເທດຫວຽດນາມ ໃນການເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ - ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top