• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຊາວໜຸ່ມ ແຂວງຈຳປາສັກ ແລະ ແຂວງຄຳມ່ວນ ຢ້ຽມຢາມແຂວງກວາງຫງ໋າຍ

      ຄະນະຊາວໜຸ່ມບັນດາທ້ອງຖິ່ນຕ່າງໆໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ ແລະ ຖະຫວາຍທູບທຽນທີ່ສຸສານນັກຮົບເສຍສະຫຼະເພື່ອຊາດ

ຄະນະພັກແຂວງ ກ໋ວາງຫງ໋າຍ ຕ້ອນຮັບຄະນະຜູ້ແທນ ສປປ ລາວ
      ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຄົບຮອບ 87 ປີ, ຕອນເຊົ້າວັນທີ 22 ມີນາ, ຄະນະຊາວໜຸ່ມແຂວງຈຳປາສັກ ແລະ ແຂວງຄຳມ່ວນ (ສປປ ລາວ) ໄດ້ມາຢ້ຽມຢາມແຂວງ ກວາງຫງ໋າຍ (ຫວຽດນາມ) ແລະ ເລີ່ມຕົ້ນບັນດາລາຍການພົບປະແລກປ່ຽນບົດຮຽນໃນການເຄື່ອນໄຫວຊາວໜຸ່ມ ລະຫວ່າງ ຫວຽດນາມ - ລາວ ປີ 2018.
        ໃນລາຍການພົບປະແລກປ່ຽນມິດຕະພາບ ຊາວໜຸ່ມ ຫວຽດນາມ - ລາວ ຄັ້ງນີ້, ຄະນະຊາວໜຸ່ມບັນດາທ້ອງຖິ່ນຕ່າງໆໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ ແລະ ຖະຫວາຍທູບທຽນທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາການເຄື່ອນໄຫວຢ້ຽມຊົມບັນດາເຂດປູຊະນີຍະສະຖານປະຫວັດສາດ... ພິເສດແມ່ນ ງານບຸນຕາມທ້ອງຖະໜົນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຄົບຮອບ 87 ປີ. ຜ່ານນັ້ນ, ຢືນຢັນຄວາມຕັດສິນໃຈ, ຄວາມຮັບຜິດຊອບເສີມຂະຫຍາຍບົດບາດຂອງຊາວໜຸ່ມສອງປະເທດ.
         ປັດຈຸບັນ, ແຂວງ ກວາງຫງ໋າຍ ມີນັກຮຽນ, ນັກສຶກສາລາວທັງໝົດແມ່ນປະມານ ກວ່າ 230 ຄົນ ທີ່ພວມສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆໃນແຂວງ. ແຂວງ ກວາງຫງ໋າຍ ຍາມໃດກໍສະຫງວນຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກ, ມອບທຶນການສຶກສາ, ໜູນຊ່ວຍວັດຖຸອຸປະກອນການຮຽນການສອນ, ເຄື່ອງຈັກ…ໃຫ້ແກ່ບັນດານັກສຶກສາລາວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top