• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຄວາມເລິກລັບ “ອານາຈັກ” ໄມ້ໂລ່ງເລ່ງ ຢູ່ ໄຕຢາງ

ເທິງຈອມພູ ຢີລຽງ ທີ່ສັກສິດ ແລະ ໃຫຍ່ໂຕມະໂຫຖານ ຂອງ ເຂດປ່າໄມ້ ໄຕຢາງ (ແຂວງ ກວ໊າງນາມ) ມີ “ອານາຈັກ” ໄມ້ໂລ່ງ ເລ່ງ  ທີ່ເກົ່າແກ່ ມີອາຍຸ ນັບພັນປີ. ຄວາມງາມ ແລະ ຄວາມມີ ຊີວິດຊີວາ ຂອງ ປ່າ ທ່ີແຜ່ກະຈາຍ ເຮັດໃຫ້ຜູ້ຄົນຕ້ອງ ຕົກຕະລຶງ. ດ້ວຍຄຳສາບານຈາກໃຈ ປັດຈຸບັນ, ຊາວເຜົ່າ ເກີຕູ ຢູ່ ແຂວງ ໄຕ ຢາງ ໄດ້ພ້ອມກັນອອກແຮງ ຢ່າງບໍ່ລົດລະ ໃນການປົກປັກຮັກສາ ຂຸມຊັບ ທີ່ຟ້າແຖນ ໄດ້ປະທານໃຫ້. 
ສະຫຼັບກັບຕົ້ນໄມ້ໃຫຍ່ ໃນເຂດປ່າທີ່ເກົ່າແກ່ ຢູ່ ໄຕຢາງ ແມ່ນ ບັນດາຕົ້ນໄມ້ ໂລ່ງເລ່ງ ທີ່ໃຫຍ່ໂຕ, ລຳຕົ້ນຫຍາບໆ ແລະ ຊື່ຖັດ. ໄມ້ໂລ່ງເລ່ງ ຢູ່ແຫ່ງນີ້ ເໝືອນເປັນເຈົ້າ ຂອງ ປ່າໄມ້ສີຂຽວຂະຈີ ຕະຫງ່ານ ບືນຕົວຂຶ້ນ ກວມເອົາຊັ້ນສູງສຸດ ຂອງ ຮົ່ມໄມ້ປ່າ ເຮັດ ໃຫ້ຜູ້ຊົມ ມີຄວາມຮູ້ສຶກວ່າ ໄມ້ໂລ່ງເລ່ງ ຢູ່ທີ່ນີ້ ແມ່ນໜຶ່ງບໍ່ມີສອງ ຍ້ອນບໍ່ມີຕົ້ນໄມ້ໃດຂ້າມຜ່ານ ນັບແຕ່ລວງສູງ ຈົນເຖິງຂະໜາດ ຂອງມັນ.

ພາຍໃຕ້ແສງສະຫວ່າງສະຫຼົວໆ ແລະ ມີມົນຂັງ ຂອງ ປ່າຍາມ ແລງ, ບັນດາຕົ້ນໄມ້ໂລ່ງເລ່ງ ໄດ້ປະກົດຂຶ້ນ ໃນຮູບຊົງທີ່ແປກໆ, ມີບາງຕົ້ນ ມີຮູບຊົງ ຄ້າຍຄື ໂຕມັງກອນ ມ້ວນຕົວ ນອນຢູ່ໃຕ້ ກອງ ໃບໄມ້; ບາງຕົ້ນ ຄ້າຍຄື ເສືອໂຄ່ງ ທີ່ກຳລັງຫົດຕົວ ນັ່ງງຽບໆ ບໍ່ເໜັງຕີງ ເບິ່ງກຸ່ມຄົນແປກໜ້າ ພວກຂ້າພະເຈົ້າ ດ້ວຍທ່າທີ ລຶກລັບ ຫຼື ມີບາງຕົ້ນ ມີປູດໃຫຍ່ຄ້າຍຄື ນົມຂອງ ຜູ້ຍິງ ທີ່ແປກປະ ຫຼາດ, ບາງຕົ້ນ ມີຮາກໃຫຍ່ ລອຍຢູ່ເທິງໜ້າດິນ ຈົນກາຍເປັນຖຳ້ ກາງແຈ້ງ ຊຶ່ງສາມາດບັນຈຸຜູ້ຄົນ ໄດ້ນັບສິບຄົນ...

 

ປັດຈຸບັນ ຢູ່ເທິງຈອມພູ ຢີລຽງ ມີໄມ້ໂລ່ງເລ່ງ ປະມານ 2000 ຕົ້ນ, ມີອາຍຸ ແຕ່ 250-1000 ກວ່າປີ. ໄມ້ໂລ່ງ ໂລ່ງ ຢູ່ແຫ່ງນີ້ ໄດ້ຈັດເຂົ້າກຸ່ມ A2 ທີ່ມີຄ່າຫາຍາກ. ພາບ: ແທງຮ່ວາ


ໄມ້ໂລ່ງເລ່ງຕົ້ນໜຶ່ງທີ່ມີໃຫຍ່ຂະໜາດ ສອງສາມຄົນ ໂອບ ກອດ. ພາບ: ແທງຮ່ວາ


ກຸ່ມຮາກໃຫຍ່ ຂອງໄມ້ໂລ່ງເລ່ງ ທີ່ເກົ່າແກ່ ສ້າງເປັນ ຖ້ຳ ກາງແຈ້ງໃຫຍ່ເທິງໜ້າດິນ. ພາບ: ແທງຮ່ວາ


ໄມ້ໂລ່ງເລ່ງຕົ້ນໜຶ່ງ ຕາຍແຕ່ດົນ ຍັງເຫຼືອ ແຕ່ສ່ວນ ແກນ ທີ່ແຂງປານຫີນ ໂດຍບໍ່ຫົວຊາຕໍ່ຝົນຕົກລົມແດງ ຢູ່ ລະຫວ່າງກາງປ່າດົງດິບ. ພາບ: ແທງຮ່ວາ


ຄົນກາຍເປັນສິ່ງນ້ອຍໆ ຕໍ່ໜ້າຄວາມໃຫຍ່ໂຕມະໂຫ ຖານ ຂອງ “ອານາຈັກໄມ້ໂລ່ງເລ່ງ” ຢູ່ ໄຕຢາງ. ພາບ: ແທງຮ່ວາ


ຕົ້ນໄມ້ໂລ່ງເລ່ງ ມີຮູບຊົງຄ້າຍ ເສືອໂຄ່ງ ທີ່ກຳລັງ ຫົດ ຕົວນັ່ງງຽບໆ ດ້ວຍທ່າທີລຶກລັບ. ພາບ: ແທງຮ່ວາ

ຢູ່ ຫວຽດນາມ ປ່າໂລ່ງເລ່ງ ມີຫຼາຍ, ແຕ່ຫາຍາກ ແລະ ພິເສດຄືຢູ່ ໄຕຢາງ ອາດຈະມີແຕ່ທ່ີນີ້. ບັນດານັກຄົ້ນຄວ້າ ໄດ້ຕີລາຄາວ່າ ປ່າໂລ່ງເລ່ງ ທີ່ເກົ່າແກ່ ຂອງ ໄຕຢາງ ແມ່ນ ໜ່ຶ່ງໃນບັນດາ ກຸ່ມປ່າ ໂລ່ງເລ່ງ ທີ່ໃຫຍ່ສຸດ ແລະ ມີຄຸນຄ່າທີ່ສຸດ ຢູ່ພາກພື້ນອາຊີ ຕາເວັນອອກສ່ຽງໃຕ້. ຢູ່ທີ່ນີ້, ເທິງຈອມພູ ຢີລຽງ ໃນລະດັບ ຄວາມສູງ 1.400 ແມັດ ເມື່ອທຽບກັບໜ້ານຳ້ທະເລ, ມີເນື້ອທີ່ ປະມານ 450 ເຮັກຕາ ແມ່ນປ່າໂລ່ງເລ່ງ ທີ່ເກົ່າແກ່ດ້ວຍຈຳນວນ ປະມານກວ່າ 2000 ຕົ້ນ, ໃນນັ້ນ ມີ 725 ຕົ້ນ ໄດ້ຮັບຮອງ ເປັນ ຕົ້ນໄມ້ມໍລະດົກ. ນອກຈາກນັ້ນ, ຢູ່ໃນປ່າ ຍັງມີໄມ້ໂລ່ງເລ່ງ ປະມານ 80 ຕົ້ນ ຖືກຟ້າຜ່າ ຫຼື ຍ້ອນລົມພາຍຸ, ຊຸດໂຊມ ຕາມ ການເວລາ ແລະ ຕາຍ ລົ້ມລົງ ໃນທ່ີສຸດ, ປັດຈຸບັນ ຍັງນອນ ຢູ່ກັບທີ່. ມີຕົ້ນໄມ້ຫຼາຍຕົ້ນ ຫຼັງຈາກຕາກລົມຝົນ ມາເປັນເວລາ ຮ້ອຍປີ ໄດ້ຖືກພຸເປື່ອຍ ຍັງເຫຼືອ ແຕ່ສ່ວນແກນ ທີ່ແຂງປານຫີນ ແລະ ປົກຄຸມເຕັມແຕ່ໄຄນ້ຳ.

ທ່ານ ອາເຣິດ ບລຸ໋ຍ ຮອງປະທານເມືອງ ໄຕຢາງ ໃຫ້ຮູ້ວ່າ ຄົນ ໄຕຢາງ ມີຄຳວ່າ: “ປ່າໄມ້ຍັງ ໄຕຢາງ ຈະຂະຫຍາຍຕົວ, ປ່າໝົດ ໄປ ໄຕຢາງ ຈະເສື່ອມສະຫຼາຍ”. ດັ່ງນັ້ນ, ເມື່ອປະເຊີນໜ້າ ຕໍ່ ບັນ ຫາການທຳລາຍປ່າ ກຳລັງເປັນໄປ ນັບມື້ນັບຮ້າຍແຮງ ຄືປັດຈຸ ບັນ, ອຳນາດການປົກຄອງ ແລະ ປະຊາຊົນຕາແສງ ໄຕຢາງ ໄດ້ ຕັດສິນໃຈປົກປັກຮັກສາປ່າ, ປົກປັກຮັກສາ “ອານາຈັກ” ໂລ່ງເລ່ງ ທີ່ເກ່ົາແກ່ ແລະ ມີຄ່າຫາຍາກ ຂອງຕົນ ດ້ວຍຄວາມຮັກທັງໝົດ ທ່ີມີຕໍ່ແຫຼ່ງ ມໍລະດົກອັນລໍ້າຄ່າ ຂອງປະເທດຊາດ.


ໄມ້ໂລ່ງເລ່ງ ມີຊື່ທາງວິທະຍາສາດວ່າ fokienia hodginsii (dunn), ໄດ້ຈັດເຂົ້າກຸ່ມ A2 ທີ່ມີຄ່າຫາຍາກ. ຕາມຕົວເລກສຳ ຫຼວດ ຂອງ ເມືອງ ໄຕຢາງ,
ພື້ນທີ່ໄມ້ໂລ່ງເລ່ງ ເຕົ້າໂຮມຢູ່ພື້ນ ທີ່ຕາແສງ ເຈີຮີ ແລະ ອາຊານ. 
 
ບົດ ແລະ ພາບ: ແທງຮ່ວາ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top