• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ຄວາມຍອດຍິ່ງ ໃນອາຊີບເຮັດເຮືອນໄມ້ ຈ່າງເຊີນ

ຢູ່ຫ່າງຈາກ ນະຄອນຫຼວງ ຮ່າໂນ້ຍ ປະມານ 30 ກິໂລແມັດ ໄປທາງທິດຕາເວັນຕົກ, ຈ່າງເຊີນ ສັງກັດເມືອງ ແທກເຖິດ ເຄີຍມີ ຊື່ສຽງ ກັບ ອາຊີບຊ່າງໄມ້ສິລະປະຫັດຖະກຳທີ່ມາແຕ່ດົນນານແລ້ວ. ມາຍັງ ຈ່າງເຊີນ, ຢູ່ທົ່ວທຸກຮ່ອມ ແລະ ສາຍທາງຂອງໝູ່ບ້ານ ບໍ່ວ່າຢູ່ໃສ ກໍໄດ້ຍິນສຽງຄວັດເຈາະ, ສຽງຕັດໄມ້ບໍ່ຂາດສຽງ. ໄປຜ່ານບັນດາ ໂຮງຜະລິດເຄື່ອງໄມ້, ພວກຂ້າພະເຈົ້າ ມີຄວາມຮູ້ສຶກປະທັບໃຈ ກັບຄວາມຫຼົງໄຫຼ ເມົາມົວ ຂອງ ບັນດານາຍຊ່າງ ທີ່ ກຳລັງຜະລິດ ເຄື່ອງໄມ້. 
ພວກຂ້າພະເຈົ້າເຂົ້າຢ້ຽມຢາມ ໂຮງຜະລິດໄມ້ ຂອງທ່ານ ຫງວຽນ ຢາງ, ໜຶ່ງໃນບັນດາຜູ້ນຳ ໃນການຟື້ນຄືນ ແລະ ພັດທະນາອາຊີບ ເຮັດເຮືອນໄມ້ມູນເຊື້ອ ຂອງ ລຸ້ນປູ່, ລຸ້ນພໍ່ ຢູ່ຕາແສງ ຈ່າງເຊີນ. ໂດຍ ເປັນຜູ້ມີຄວາມສະໜິດຕິດພັນ ກັບວຽກງານ ແກະສະຫຼັກ ລາຍດອກ ເຮືອນໄມ້ ແຕ່ຄາວຍັງນ້ອຍ, ພ້ອມກັບ ຄວາມຫຼົງໄຫຼເມົາມົວ ກ່ຽວກັບ ສະຖາປັດຕະຍະກຳມູນເຊື້ອ, ເພາະສະນັ້ນ ທ່ານ ຢາງ ໄດ້ຕັດສິນໃຈ ເຂົ້າຮຽນໃນຂະແໜງສະຖາປັດຕະຍະກຳ. ທ່ານເລີ່ມເຮັດກິດຈະກຳ ເຮືອນໄມ້ ຄັ້ງທຳອິດ ເມື່ອປີ 2004. ຫຼັງຈາກ 10 ກວ່າປີ, ທ່ານໄດ້ເຮັດເຮືອນໄມ້ມູນເຊື້ອ ຫວຽດນາມ ກວ່າ 20 ຫຼັງຢູ່ ທົ່ວທຸກແຂວງ, ນະຄອນ ຈາກພາກເໜືອ ເຖິງພາກໃຕ້.

ເພື່ອສ້າງເຮືອນໄມ້ແບບບູຮານຫຼັງໜຶ່ງ, ນາຍຊ່າງ ຈ່າງເຊີນ ຕ້ອງຄິດ ໄລ່ຂະໜາດ ຂອງ ເຮືອນ. ໃນເມື່ອກ່ອນ, ວັດຖຸປະກອບ ທີ່ເຄີຍໃຊ້ ເພື່ອການປຸກເຮືອນໄມ້ ແມ່ນ ໄມ້ກະເດົາ, ໄມ້ກະຈະ, ໄມ້ຮັງ..., ພາຍລຸນມາ ຍ້ອນເງື່ອນໄຂສະພາບການປ່ຽນແປງ ເພາະສະນັ້ນ ນາຍຊ່າງ ກໍຕ້ອງຫັນໄປສູ່ ການນໍາໃຊ້ໄມ້ຫຼາຍປະເພດ. ຫຼັງຈາກເລືອກວັດຖຸດິບ, ນາຍຊ່າງ ຈະໃຊ້ແຮງງານ ຜະລິດ ບັນດາ ສິ້ນສ່ວນຫຍາບໆ ຢູ່ທີ່ໂຮງງານ ແລະ ແກະສະຫຼັກລາຍດອກ ຢູ່ເທິງ ບັນດາສິ້ນສ່ວນນັ້ນ. ເພື່ອສະແດງ ໃຫ້ເຫັນຢ່າງຈະແຈ້ງ ຈຸດລັກສະນະສະເພາະຂອງເຮືອນ ໄມ້ ຫວຽດນາມ, ນາຍຊ່າງ ຈ່າງເຊີນ ມັກຄວັດເຈາະລວດລາຍຕ່າງໆ ທີ່ມີຮູບພາບວັດທະນະທຳ ຫວຽດນາມເຊ່ັນ: ບັນດາຮູບພາບການ ຫຼິ້ນພື້ນເມືອງ, ຕົ້ນພູ-ຕົ້ນໝາກ, ຕົ້ນກະຖິນ ແລະ ແທ໋ງຢ໋ອງ.



ບັນດາລາຍດອກ ໄດ້ນາຍຊ່າງ ຈ່າງເຊີນ ແກະສະຫຼັກດ້ວຍມື. ພາບ: ເຈິ່ນແທງຢາງ


ນາຍຊ່າງໃຊ້ກົບເຮັດໃຫ້ ບັນດາເສົາເຮືອນກ້ຽງ. ພາບ: ເຈິ່ນແທງຢາງ


ສ້າງຮູບລາຍດອກຢູ່ເທິງບານປະຕູ. ພາບ: ເຈິ່ນແທງຢາງ


ປທ. ນັກສະຖາປານິກ ຫງວຽນຢາງ ໄດ້ຟື້ນຄືນ ອາຊີບປຸກເຮືອນ ບູ ຮານ ຢ່າງປະສົບຜົນສຳເລັດ. ພາບ: ເຈິ່ນແທງຢາງ


ລູກຄ້າມາຍັງໂຮງງານເຮັດເຮືອນບູຮານ ເພື່ອການຢ້ຽມຢາມ ແລະ ສັ່ງ ສິນຄ້າ. ພາບ: ເຈິ່ນແທງຢາງ


ເຮືອນບູຮານຫຼັງໜຶ່ງ ໂດຍ ປທ. ນັກສະຖາປານິກ ຫງວຽນຢາງ ເປັນຜູ້ ອອກແບບ ໄດ້ປຸກສ້າງ ຢູ່ ເມືອງ ກູ່ຈີ, ນະຄອນ ໂຮ່ຈີມິນ. ພາບ: ຫງວຽນຢາງ

ໃນການສ້າງເຮືອນໄມ້ບູຮານ, ນາຍຊ່າງ ຈ່າງເຊີນ ໄດ້ອີງໃສ່ໂຄງສ້າງ ທີ່ເປັນເອກະລັກຂອງເຮືອນໄມ້ ຫວຽດ ໃນການອອກແບບ. ເຮືອນໄມ້ລວມມີ 5 ຫ້ອງ ແລະ ມີຊັ້ນດຽວ. ຫຼັງຄາເປັນຮູບຈວຍ ແລະ ມີຄວາມສະເໝີກັນລະຫວ່າງ ດ້ານໜ້າ ແລະ ດ້ານຫຼັງ. ສ່ວນໂຄງໄມ້ ໄດ້ເຊື່ອມຕໍ່ເຂົ້າກັນຢ່າງກົມກຽວ ສ້າງເປັນຮູບສີ່ແຈສາກ.

ເຖິງຢ່າງໃດກໍ່ຕາມ, ເພື່ອຕອບສະໜອງໄດ້ ຄວາມຕ້ອງການ ນຳໃຊ້ ຂອງ ລູກຄ້າ, ນາຍຊ່າງ ຈ່າງເຊີນ ຕ້ອງໄດ້ມີການດັດປ່ຽນເລັກນ້ອຍ ກ່ຽວກັບ ການອອກແບບ. ນອກຈາກສະຖານທີ່ ສຳລັບ ສັກກາລະບູ ຊາ ທີ່ໄດ້ຮັກສາໄວ້ຄືເກົ່າ, ເຮືອນ ຍັງໄດ້ອອກແບບ ໃຫ້ແທດເໝາະ ເພື່ອການພັກຜ່ອນ ແລະ ນຳໃຊ້ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອຕອບສະໜອງ ຄວາມຕ້ອງການໃນຊີວິດການເປັນຢູ່ປະຈຳວັນ ຂອງ ມະນຸດເຊັ່ນ: ເຄື່ອງປັບອາກາດ, ໂທະລະພາບ ແລະ ຕູ້ເຢັນ.

ອາດເວົ້າໄດ້ວ່າ ເມື່ອວິຖີການດໍາລົງຊີວິດ ຂອງຍຸກໃໝ່ ມີການປ່ຽນແປງ ຢ່າງໄວວາ, ຊີວິດການເປັນຢູ່ ຂອງ ມະນຸດ ຖືສຳຄັນ ບັນດາຄຸນຄ່າ ທີ່ນຳມາເຊິ່ງຄວາມສະດວກສະບາຍ, ໃນຂະນະດຽວກັນອາຊີບເຮັດເຮືອນໄມ້ ຢູ່ ຈ່າງເຊີນ ໄດ້ປະກອບສ່ວນ ນຳບັນດາຄຸນຄ່າທາງດ້ານວັດທະນະທຳ ຫວຽດ ມູນເຊື້ອ ໃຫ້ກັບຄືນມາໃນຊີວິດປັດຈຸບັນ.









ບັນດາເສົາ, ສີຍົວ ແລະ ລວດລາຍ ຂອງ ເຮືອນ ຄ່ອຍໆ ປະກົດ ເປັນ ຮູບເປັນຮ່າງ ຜ່ານສີໄມ້ລາຍມືຂອງບັນດານາຍຊ່າງ ຈ່າງເຊີນ. ພາບ: ຫງວຽນຢາງ




ບັນດາລາຍດອກ ຢູ່ເທິງບານປະຕູ ທ່ີນາຍຊ່າງແກະສະຫຼັກ ຢ່າງປາ ນີດ ແນບນຽນ. ພາບ: ຫງວຽນຢາງ








ຮູບພາບຈຳນວນໜຶ່ງ ກ່ຽວກັບການຕົກແຕ່ງພາຍໃນເຮືອນໄມ້ທີ່ ໄດ້ຮັບການປຸກສ້າງ ຢູ່ ເມືອງ ກູ່ຈີ. ພາບ: ຫງວຽນຢາງ

ບົດ: ເງິນຮ່າ
ພາບ: ເຈິ່ນແທງຢາງ- ຫງວຽນຢາງ ແລະ ເອກະສານ

Bài: Ngân Hà Ảnh: Trần Thanh Giang - Nguyễn Giang và Tư liệu

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top