• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍ້ຕົກລົງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີຈະໄດ້ປະຕິບັດໂດຍບໍ່ຫົວຊາຕໍ່ບັນດາສິ່ງກີດຂວາງ

      ວັນທີ 19 ກັນຍາ, ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີຖືວ່າ ຂໍ້ຕົກລົງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ທີ່ໄດ້ເຊັນຢູ່ພຽງຢາງລະຫວ່າງ ທ່ານ ເອງ ແລະ ທ່ານ Kim Jong- un ການນຳ ສປປ.ເກົາຫຼີ ຈະໄດ້ປະຕິບັດໂດຍບໍ່ຫົວຊາຕໍ່ບັນດາສິ່ງກີດຂວາງທັງຢູ່ພາຍໃນ ແລະ ຕ່າງປະເທດ.

ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ (ພາບ:  Yonhap/TTXVN) 
      ທີ່ເຫດການສະເຫຼີມສະຫຼອງ 2 ປີແຫ່ງການເຊັນຂໍ້ຕົກລົງດັ່ງກ່າວ, ການນຳສ.ເກົາຫຼີ ໄດ້ເນັ້ນໜັກວ່າ ຄຳໝັ້ນສັນຍາຂອງ ເຊີອູນ ຕໍ່ສັນຕິພາບຍັງໜັກແໜ້ນໝັ້ນແກ່ນ ແລະ ຂໍ້ຕົກລົງນີ້ສາມາດບໍ່ບັນລຸໄດ້ໂດຍໄວ ຍ້ອນມີສິ່ງກີດຂວາງຢູ່ພາຍໃນ ແລະ ພາຍນອກ”.
        ໃນສານທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍ Facebook, ທ່ານ ປະທານາທິບໍດີ ສ.ເກົາຫຼີ ໄດ້ຢ້ຳຄືນວ່າ ສອງຝ່າຍບັນລຸໄດ້ຂໍ້ຕົກລົງ “ຢ່າງລະອຽດ ແລະ ແທດຈິງ”ໃນຂົງເຂດການທະຫານ, ເຮັດໃຫ້ໝູ່ບ້ານຢຸດຮົບ Panmunjomກາຍເປັນເຂດປອດການທະຫານ. ທ່ານເໜັ້ນນັກວ່າ, ໃນວັນທີ 19 ກັນຍາ ຂໍ້ຕົກລົງລະຫວ່າງສອງຝ່າຍຈະໄດ້ຮັບການປະຕິບັດໃຫ້ສຳເລັດ.         
 (ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top