• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ຂຶ້ນພູສູງເກັບ ຊາ ອາຍຸຫຼາຍຮ້ອຍປີ

ລະດັບຄວາມສູງ ກວ່າ 2.400  ແມັດ ເມື່ອທຽບກັບ ໜ້ານໍ້າ ທະເລ, ຊາອາຍຸຫຼາຍຮ້ອຍປີ ຈຳນວນ 1.700 ຕົ້ນ ຢູ່ ຕາແສງ ໂມ່ຊີ່ຊານ (ເມືອງ ຟອງໂຖ- ລາຍເຈົາ)  ກຳເນີດ ແລະ ເຕີບໃຫຍ່, ເທິງ ຜືນແຜ່ນດິນ ທີ່ມີອາກາດ ແລະ ຄຸນລັກສະນະດິນ  ພິເສດ, ນຳມາຊຶ່ງຄຸນຄ່າ ທີ່ບ່ອນອື່ນຫາໄດ້ຍາກ. 
ຕາແສງ ໂມ່ຊີ່ຊານ ຂອງ ເມືອງ ຟອງໂຖ ມີປະຊາກອນເກືອບ 2.500 ຄົນ, ໃນນັ້ນຊາວເຜົ່າ ຢາວ ກວມ 90%. ໂມ່ຊີ່ຊານ ໄດ້ ທຳມະຊາດປະທານ ຊາຊານຕວຽດ ແລະ ກາຍເປັນເຂດ ປູກ ຊາອາຍຸຫຼາຍຮ້ອຍປີ ມີເນື້ອທີ່ກວ້າງສຸດ ຂອງ ແຂວງ, ທີ່ມີລົດຊາດ ແລະ ສີສັນ ສະເພາະ ຂອງ ທ້ອງຖິ່ນ. ຊາຊານ ຕວຽດ ເກີດຕາມທຳມະຊາດ, ໃນລະດັບຄວາມສູງ 2.400 ກວ່າແມັດ ເມື່ອທຽບກັບລະດັບນໍ້າທະເລ ແລະ ຫ່າງຈາກ ໃຈ ກາງຂອງຕາແສງ ໂມ່ຊີ່ຊານ 15 ກິໂມແມັດ. 

ນີ້ແມ່ນ “ສິ່ງປະເສີດ” ຂອງ ຊາວເຜົ່າ ຢາວ ຢູ່ຕາແສງ ໂມ່ຊີ່ ຊານ. ຍອດຊາ ຊານຕວຽດ ຍາມໃດໃບກໍ່ກ້ຽງ ແລະ ໜາ, ເວ  ລາຂົ້ວແຫ້ງ ຈະກາຍເປັນສີຂາວ ຄືໄດ້ປົກຫຸ້ມ ດ້ວຍຫິມະ. 


ເພື່ອເກັບຍອດຊາ, ແຕ່ລະມື້ ຊາວບ້ານຕ້ອງຕື່ນແຕ່ເຊົ້າໆ ເພື່ອກະກຽມອາຫານການກິນ; ການເດີນທາງຕ້ອງຂ້າມຜ່ານ ເຂດປ່າ ໄມ້ເຮ້ຍ, ໄມ້ໄຜ່, ຕົ້ນໄມ້ອາຍຸຫຼາຍຮ້ອຍປີ, ເສັ້ນ ທາງ ຫຼາຍສາຍ ຕ້ອງຂຶ້ນຄ້ອຍຍາວ ແລະ ຊັນ. ພາບ: ເຕິດເຊີນ/VNP


ຊາອາຍຸຫຼາຍຮ້ອຍປີ  ມີຫຼາຍຢູ່ລະດັບຄວາມສູງ ກວ່າ 2.400  ແມັດ ເມື່ອທຽບກັບ ໜ້ານໍ້າ ທະເລ ແລະ ຫ່າງຈາກ ເທດສະບານ ໂມ່ຊີ່ຊານ ປະມານ 15 ກິໂລແມັດ. ພາບ: ຫງວຽນລວນ/VNP


ເພື່ອເກັບໄດ້ຍອດຊາຕາມມາດຕະຖານ, ຊາວບ້ານຕ້ອງ ຂຶ້ນໄປເກັບຊາເທິງຕົ້ນຊາຫຼາຍຕົ້ນທີ່ມີຄວາມສູງຫຼາຍສິບແມັດ. ພາບ: ຫງວຽນລວນ/VNP


ໂມ່ຊີ່ຊານ ໄດ້ ທຳມະຊາດປະທານ ຊາຊານຕວຽດ ແລະ ກາຍເປັນເຂດ ປູກ ຊາອາຍຸຫຼາຍຮ້ອຍປີ ມີເນື້ອທີ່ກວ້າງສຸດ ຂອງ ແຂວງ. ພາບ: ເຕິດເຊີນ/VNP


ຊາ ຊານຕວຽດ ຢູ່ ໂມ່ຊີ່ຊານ ມີລົດຊາດ ແລະ ສີສັນ ສະເພາະ ຂອງ ທ້ອງຖິ່ນ. ພາບ: ເຕິດເຊີນ/VNP


ແຕ່ລະມື້, ຄົນໜຶ່ງ ສາມາດເກັບຊາ ໄດ້ປະມານ 4 ກິໂລ ກຣາມ. ພາບ: ເຕິດເຊີນ/VNP


ຍອດຊາ ທີ່ເກັບມາຈາກ ຕົ້ນຊາອາຍຸຫຼາຍປີ ຈະໃຫ້ກິ່ນ ຫອມ. ພາບ: ເຕິດເຊີນ/VNP

ຕາມຕົວເລກ ຂອງ ຄະນະກຳມະການປະຊາຊົນ ເມືອງ ຟອງ ໂຖ, ປັດຈຸບັນ ເຂດປູກຊາ ຊານຕວຽດ ຂອງ ຕາແສງ ໂມ່ຊີ່ ຊານ ມີຊາອາຍຸຫຼາຍຮ້ອຍປີ ຈຳນວນ 1.700 ຕົ້ນ. ເພື່ອເກັບ ຍອດຊາ, ຜູ້ເກັບຕ້ອງຜ່ານຄວາມຫຍຸ້ງຍາກ ໃນຫຼາຍຂັ້ນຕອນ. ແຕ່ລະມື້ ຕ້ອງຕື່ນແຕ່ເຊົ້າເພື່ອກະກຽມເຂົ້າ; ການເດີນທາງຕ້ອງຂ້າມ ຜ່ານເຂດປ່າ ໄມ້ເຮ້ຍ, ໄມ້ໄຜ່, ຕົ້ນໄມ້ອາຍຸຫຼາຍຮ້ອຍປີ, ເສັ້ນທາງຫຼາຍສາຍ ຕ້ອງຂຶ້ນຄ້ອຍຍາວ ແລະ ຊັນ. ພາຍຫຼັງການເດີນ ໃຊ້ເວລາ 3 ຊົ່ວໂມງ, ພວກເຂົາຈຶ່ງສາມາດເຂົ້າເຖິງ ຕົ້ນຊາ ຊານຕວຽດ.

ທ່ານ ແຈວຟູຢວຽນ - ປະທານສະຫະກອນ ບຽນເກືອງ - ຕາ ແສງ ໂມ່ຊີ່ຊານ, ເມືອງ ຟອງໂຖ ໃຫ້ຮູ້ວ່າ ສະຫະກອນ ປຸງ ແຕ່ງ ຊາອາຍຸ ຫຼາຍຮ້ອຍປີ ບຽນເກືອງ ໄດ້ສ້າງຕັ້ງ ຈະຊ່ວຍ ຄວບຄຸມ ຄຸນນະພາບຂອງຍອດຊາສົດ ທີ່ນຳເຂົ້າມາສະຫະ ກອນ, ພ້ອມດ້ວຍລະບົບເຄື່ອງຈັກ, ຕ່ອງໂສ້ປຸງແຕ່ງ ທີ່ທັນ ສະໄໝ ໄດ້ຜະລິດອອກມາ ຊາແຫ້ງຫຼາຍປະເພດ, ຂາຍໄດ້ ລາຄາ ຫຼາຍລ້ານດົ່ງ ຕໍ່ກິໂລກຣາມ. ໃນນັ້ນຊາຂຽວ ມີລາຄາ ແຕ່ 2,5 ລ້ານດົ່ງຕໍ່ກິໂລກຣາມ; ຊາແດງ, ຊາເຫຼືອງ ມີລາຄາ 3 ລ້ານດົ່ງ ຕໍ່ກິໂລກຣາມ. ພິເສດຊາຂາວ ຈະມີ ລາຄານັບ 10 ລ້ານດົ່ງ ຕໍ່ກິໂລກຣາມ ເພາະຂັ້ນຕອນການເກັບ ແລະ ປຸງ ແຕ່ງ ຕ້ອງມີຄວາມລະອຽດ, ພິຖີພິຖັນ, ໃຊ້ເວລາ ປຸງແຕ່ງ ຫຼາຍກວ່າ ເມື່ອທຽບກັບປະເພດ ຊາອື່ນໆ.

ສະຫະກອນ ໃຫ້ຊາວທ້ອງຖິ່ນ ໄດ້ມາລົງທະບຽບ ເກັບກູ້ ຊາອາຍຸຫຼາຍຮ້ອຍປີ ເທິງພູສູງ. ຄອບຄົວໃດມາລົງທະບຽບ ຢ່າງຄົບຖ້ວນ, ຍອດຊາສົດ, ບໍ່ມຸ່ນ ແລະ ບໍ່ບູດເນົ່າ, ສະຫະ ກອນ ຈະເກັບຊື້ໃນລາຄາ 30.000 ດົ່ງ ຕໍ່ກິໂລກຣາມ. 

ປັດຈຸບັນ, ສະຫະກອນ ໄດ້ມີຜະລິດຕະພັນຊາ 4 ປະເພດ ຄື: ຊາຂາວ, ຊາຂຽວ, ຊາແດງ, ຊາເຫຼືອງ ລ້ວນແຕ່ໄດ້ ຮັບຄວາມ ນິຍົມຈາກຜູ້ບໍລິໂພກ. 


ຂັ້ນຕອນການປຸງແຕ່ງຊາ ຊານຕວຽດ ຢູ່ສະຫະກອນ ບຽນເກືອງ. ພາບ: ຫງວຽນລວນ/VNP


ຊາໄດ້ ປຸງແຕ່ງດ້ວຍຈັກ. ພາບ: ຫງວຽນລວນ/VNP


ຂັ້ນຕອນການຜະລິດຊາ ຊານຕວຽດ ຢູ່ ໂມ່ຊີ່ຊານ. ພາບ: ຫງວຽນລວນ/VNP


ຍອດຊາ ຊານຕວຽດ ຍາມໃດໃບກໍ່ກ້ຽງ ແລະ ໜາ, ເວ  ລາຂົ້ວແຫ້ງ ຈະກາຍເປັນສີຂາວ ຄືໄດ້ປົກຫຸ້ມ ດ້ວຍຫິມະ. ພາບ: ເຕິດເຊີນ/VNP


ຜະລິດຕະພັນຊາຂາວ ຂອງສະຫະກອນ ບຽນເກືອງ. ພາບ: ເຕິດເຊີນ/VNP


ຜະລິດຕະພັນຊາເຫຼືອງຂອງສະຫະກອນ ບຽນເກືອງ. ພາບ: ເຕິດເຊີນ/VNP

ປັດຈຸບັນ, ຄຸນຄ່າຂອງຕົ້ນຊາ ຊານຕວຽດ ອາຍຸຫຼາຍຮ້ອຍປີ ເທິງພູສູງ ໂມ່ຊີ່ຊານ ເລີ່ມເປັນທ່ີຍອມຮັບ. ບົນພື້ນຖານດັ່ງ ກ່າວ, ເວລາ ຈະມາເຖິງ, ຄະນະກຳມະການ ປະຊາຊົນ ຕາ ແສງ ໂມ່ຊີ່ຊານ ສົມທົບຢ່າງຕັ້ງໜ້າກັບບັນດາຫ້ອງການ, ຄະ ນະວິຊາສະເພາະ ຂອງ ເມືອງ ຟອງໂຖ ແລະ ການຊ່ວຍເຫຼືອ ຂອງແຂວງ ໃນການປະຕິບັດ ບັນດາວິທີແກ້ໄຂ ດ້ານ ເຕັກນິກ ແນໃສ່ ອະນຸລັກ ແລະ ພັດທະນາເຂດປຸກ ຕົ້ນ ຊາ ຕາມທິດປອດໄພ ແລະ ໝັ້ນຄົງ, ຄຸ້ມຄອງ, ປົກປັກຮັກສາ ເຄື່ອງໝາຍການຄ້າຊາອາຍຸຫຼາຍຮ້ອຍປີ ຕິດພັນ ກັບການ ປົກປັກຮັກສາ ແລະ ພັດທະນາປ່າ ໃນຂົງເຂດຢ່າງໝັ້ນຄົງ. 

ຕາມການຄົ້ນຄວ້າກ່ຽວກັບຊີວະວິທະຍາ, ຫວຽດນາມ ເປັນ ໜຶ່ງ ໃນບັນດາຖິ່ນກໍາເນີດ ຂອງ ຕົ້ນຊາ ໃນໂລກ. ຢູ່ເຂດ ພູ ສູງ ຮ່າຢາງ, ເຊີນລາ, ລາຍເຈົາ, ລ່າວກາຍ ຍັງມີຕົ້ນຊາ ອາຍຸ ຫຼາຍຮ້ອຍປີ ຊຶ່ງຖືເປັນ ແຫຼ່ງກຳເນີດ ຂອງຊາ. ເພາະສະນັ້ນ, ແຕ່ໃດໆ ມາ, ຊາວ ຫວຽດນາມ ແມ່ນມີຄວາມເອກອ້າງ ທະນົງໃຈ ດ້ວຍວິທີການເອືອບ, ຊົງນໍ້າຊາ ແລະ ດື່ມນໍ້າຊາ. 

 
ບົດ ແລະ ພາບ: ເຕິດເຊີນ - ຫງວຽນລວນ - ແປໂດຍ: ຢືຟຽນ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top