• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງສິນໃນນ້ຳຫວຽດນາມມານະພະຍາຍາມຫັນບັນດາຜົນປະໂຫຍດຈາກ CPTPP ໃຫ້ປະກົດຜົນເປັນຈິງ

      ວັນທີ 21 ມີນາ, ທີ່ນະຄອນ ໂຕຣົນໂຕ, ການາດາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເປັນປະທານສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການຄ້າສິນໃນນ້ຳ ຫວຽດນາມ.

ທ່ານ ຫງວຽນຮົ່ງເຢືອງ, ຮອງຫົວໜ້າກົມຕະຫລາດເອີຣົບ - ທະວີບອາເມລິກາ (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ Jessica Yang, ຜູ້ຕາງໜ້າອົງການກວດກາສະບຽງອາຫານ ການາດາ ໄດ້ເນັ້ນໜັກກ່ຽວກັບຄວາມຮຽກຮ້ອງຕ້ອງການແຈ້ງຕົ້ນກຳເນີດຂອງສະບຽງອາຫານນຳເຂົ້າ, ໃນນັ້ນມີສິນໃນນ້ຳ, ຕາມກົດໝາຍວ່າດ້ວຍຄວາມປອດໄພສະບຽງອາຫານສະບັບໃໝ່ຂອງ ການາດາ. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນສິນທະເລກໍ່ແມ່ນຂົງເຂດໄດ້ຮັບການຕີລາຄາຈາກບັນດາວິສາຫະກິດສົ່ງອອກ ການາດາວ່າ ແມ່ນມີກາລະໂອກາດຫລາຍຢ່າງຢູ່ຕະຫລາດ ຫວຽດນາມ.
        ທ່ານ ຫງວຽນຮົ່ງເຢືອງ, ຮອງຫົວໜ້າກົມຕະຫລາດເອີຣົບ - ທະວີບອາເມລິກາ, ສັງກັດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ການພົວພັນ ຫວຽດນາມ - ການາດາ ເວົ້າລວມ, ກໍ່ຄືການພົວພັນເສດຖະກິດ - ການຄ້າລະຫວ່າງ 2 ປະເທດເວົ້າສະເພາະ, ໃນໄລຍະຜ່ານມາ ໄດ້ພັດທະນາຢ່າງຕັ້ງໜ້າ. ສຳລັບ ຫວຽດນາມ ແລ້ວ, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ສ້າງກາລະໂອກາດໃໝ່ ເພື່ອໃຫ້ 2 ຝ່າຍຊຸກຍູ້ການພົວພັນ ໃຫ້ຂຶ້ນສູ່ລະດັບສູງໃໝ່. ນີ້ແມ່ນໄລຍະທີ່ບັນດາອົງການຄຸ້ມຄອງຕ້ອງກຳແໜ້ນກາລະໂອກາດ ເພື່ອໜູນຊ່ວຍວິສາຫະກິດ, ພ້ອມກັບວິສາຫະກິດປະຕິບັດການຫັນບັນດາທ່າໄດ້ປຽບໃນ CPTPP ໃຫ້ປະກົດຜົນເປັນຈິງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top