• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ກຳປູເຈຍ ໄລຍະແຕ່ປີ 1979 – 1989 ໄດ້ຮັບຫຼຽນໄຊ ຊາວວ່າງ (ດາວຄຳ)

      ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ຫ້ອງວ່າການສູນກາງພັກຄອມມູນິດ ຫວຽດນາມ ໄດ້ເປັນປະທານ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງພິທີຕ້ອນຮັບຫຼຽນໄຊ ຊາວວາງ ໃຫ້ແກ່ກຳລັງນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດກຳປູເຈຍ ໄລຍະແຕ່ປີ 1979 – 1989. ໂດຍມີການເຂົ້າຮ່ວມຂອງ ທ່ານ ເຈິ່ນກ໊ວກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາພັກ.

ທ່ານ ເຈິ່ນກ໊ວກເວື້ອງ ມອບຫຼຽນໄຊ ຊາວວ່າງ (ດາວຄຳ) ໃຫ້ແກ່ ກຳລັງນັກຊ່ຽວຊານ ຫວຽດນາມ
ຊ່ວຍການປະຕິວັດກຳປູເຈຍ ໄລຍະແຕ່ປີ 1979 – 1989 (ພາບ: TTXVN)
      ໂດຍຕາງໜ້າການນຳພັກ, ລັດ, ທ່ານ ເຈິ່ນກ໊ວກເວື້ອງ ໄດ້ມອບຫຼຽນໄຊ ຊາວວ່າງ (ດາວຄຳ) ໃຫ້ແກ່ ກຳລັງນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດກຳປູເຈຍ ໄລຍະແຕ່ປີ 1979 – 1989.
        ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນກວກເວື້ອງ ໄດ້ເນັ້ນໜັກວ່າ: ກ່ອນນີ້ 40 ປີ, ຕໍ່ບັນດາໂທດກຳໂຫດຮ້າຍທີ່ສຸດຂອງພວກ ຂະແມແດງຕໍ່ປະຊາຊົນ ຫວຽດນາມ ແລະ ປະຊາຊົນ ກຳປູເຈຍ, ໂດຍປະຕາມຕາມຄຳຮຽກຮ້ອງທີ່ຈຳເປັນແລະຮີບດ່ວນແນວໂຮມສາມັກຄີຊົນຊາດກູ້ຊາດ ກຳປູເຈຍ, ສະເໜີໃຫ້ ຫວຽດນາມ ຊ່ວຍປົດປ່ອຍປະເທດ ກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ, ທະຫານອາສາສະໝັກ ຫວຽດນາມພ້ອມກັບ ທະຫານ ແລະ ປະຊາຊົນກຳປູເຈຍໄດ້ໂຄ່ນລົ້ມລະບອບຂະແມແດງ, ປິດໜ້າປະຫວັດສາດທີ່ມືດມົວຂອງປະເທດກຳປູເຈຍ, ເປີດສັງກາດໃໝ່,  ຟື້ນຟູ, ພັດທະນາຢ່າງຮອບດ້ານຂອງປະເທດຊາດ ກຳປູເຈຍ.
            “ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາພະນັກງານ, ນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ບັນທຶກໄວ້ໃນປະຫວັດສາດຂອງສອງປະເທດ ຫວຽດນາມ - ກຳປູເຈຍຈາລຶກຢ່າງຕະຫຼອດໄປ, ໄດ້ຮັບການຮັບຮູ້ຈາກມວນມະນຸດກ້າວໜ້າຮັບຮອງ, ບໍ່ມີຫຍັງມາບິດເບື້ອງໄດ້ຄວາມຈິງຂອງປະຫວັດສາດນັ້ນໄດ້. ແລະ ຄວາມຈິງ ໄດ້ພິສູດວ່າ: ວັນທີ 16 ພະຈິກ 2018, ພາຍຫຼັງການພິພາກສາມາເປັນເວລາຫຼາຍປີ, ສານພິເສດ ຂຶ້ນກັບສານຂອງກຳປູເຈຍ ພາຍໃຕ້ການອຸປະຖຳ ຂອງ  ສປຊ ໄດ້ອອກຄຳຕັດສິນຂອງສານຢ່າງເປັນທາງການ, ລົງໂທດຈຳຄຸກຕະຫຼອດຊີວິດ ຜູ້ເປັນຫົວໂປ່ຂອງລະບອບ ຂະແມແດງດ້ວຍໂທດກຳຕ້ານມະນຸດ
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top