• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນບັນດາການປະກອບສ່ວນຂອງຜູ້ເຄີຍເປັນທະຫານອາສາສະໝັກ, ນັກຊ່ຽວຊານທີ່ເຄີຍໄດ້ໄປປະຕິບັດງານຢູ່ ລາວ ໃນເມື່ອກ່ອນ ຊຶ່ງແມ່ນພະຍານຫຼັກຖານເພື່ອແລກປ່ຽນ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃຫ້ການຕ້ອນຮັບທ່ານ ໂດວັນຈຽນ ເລຂາສູນກາງພັກກອມມູນິດ ຫວຽດນາມ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ. (ພາບ: TTXVN)

 ຕອນເຊົ້າວັນທີ 29 ມິຖຸນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບທ່ານ ໂດວັນຈຽນ ເລຂາສູນກາງພັກກອມມູນິດ ຫວຽດນາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ການນຳສະມາຄົມມິດຕະພາບ ຫວຽດນາມ - ລາວ, ຄະນະຕິດຕໍພົວພັນສະມາຄົມອະດີດນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ຢູ່ ລາວ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນບັນດາການປະກອບສ່ວນຂອງຜູ້ເຄີຍເປັນທະຫານອາສາສະໝັກ, ນັກຊ່ຽວຊານທີ່ເຄີຍໄດ້ໄປປະຕິບັດງານຢູ່ ລາວ ໃນເມື່ອກ່ອນ ຊຶ່ງແມ່ນພະຍານຫຼັກຖານເພື່ອແລກປ່ຽນ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຫວັງວ່າ ພາຍຫຼັງຄວບຄຸມໄດ້ໂລກລະບາດໂຄວິດ - 19, ແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ ສືບຕໍ່ແລກປ່ຽນການພົວພັນ, ຮັກສາ, ເສີມຂະຫຍາຍການພົວພັນແບບພິເສດ, ສົມກັບຄວາມເສຍສະຫຼະເລືອດເນື້ອຂອງຄົນລຸ້ນກ່ອນ.

        ແລະກໍ່ໃນວັນທີ 29 ມິຖຸນາ, ທ່ານ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານປະທານໂຮ່ຈີມິນ ແລະ ວາງພວມມາລາຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ (ຖະໜົກບັກເຊີນ, ຮ່າໂນ້ຍ), ໄປຢ້ຽມຢາມ, ໂອ້ລົມກັບການນຳ, ພະນັກງານ, ຄູອາຈານ, ນັກສຳມະນາກອນສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ.

 (ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top