• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາຂັ້ນລັດຖະບານກ່ຽວກັບເສັ້ນຊາຍແດນຜືນແຜ່ນດິນຫວຽດນາມ - ຈີນ

      ວັນທີ 14 ມັງກອນ, ຢູ່ລາວກາຍ, ປະເທດຫວຽດນາມ, ໄດ້ດຳເນີນການເຈລະຈາຂັ້ນລັດຖະບານກ່ຽວກັບເສັ້ນຊາຍແດນຜືນແຜ່ນດິນຫວຽດນາມ - ຈີນ ແລະ ການພົບປະລະຫວ່າງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ - ຈີນ.

(ການເຈລະຈາຂັ້ນລັດຖະບານກ່ຽວກັບເສັ້ນຊາຍແດນຜືນແຜ່ນດິນຫວຽດນາມ - ຈີນ)
      ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເລຮ່ວາຍຈຸງ, ກຳມະການສູນກາງພັກ, ຮອງລັດຖະມົນຕີການຕ່າງປະເທດ, ເລຂາທິການໃຫຍ່ຄະນະຊີ້ນຳການຮ່ວມມື 2 ຝ່າຍຫວຽດນາມ - ຈີນ ເປັນຫົວໜ້າຄະນະ. ຄະນະຜູ້ແທນຈີນ ໂດຍທ່ານ ໂຄງຊວຽນເຢົາ, ຮອງລັດຖະມົນຕີການຕ່າງປະເທດ, ເລຂາທິການໃຫຍ່ຄະນະຊີ້ນຳການຮ່ວມມື 2 ຝ່າຍຈີນ - ຫວຽດນາມ ເປັນຫົວໜ້າຄະນະ.
        ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາຊາຍແດນຜືນແຜ່ນດິນ ແລະ ການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາຢ່າງຮອບດ້ານ, ເລິກເຊິ່ງ; ປຶກສາຫາລືທິດທາງການຮ່ວມມື, ຊຸກຍູ້ການແກ້ໄຂບັນດາບັນຫາຊາຍແດນຜືນແຜ່ນດິນ ທີ່ຍັງຄົງຄ້າງ, ແຜນການຜັນຂະຫຍາຍການຮ່ວມມືໃນປີ 2019 ຜ່ານນັ້ນ, ປະກອບສ່ວນເພີ່ມທະວີການຮ່ວມມືຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ ກວ່າອີກ.
        ກ່ຽວກັບບັນຫາຊາຍແດນຜືນແຜ່ນດິນ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ໝາກຜົນເຊິ່ງ 2 ຝ່າຍບັນລຸໄດ້ໃນຂອບເຂດການເຈລະຈາຂັ້ນລັດຖະບານ ກ່ຽວກັບຊາຍແດນຜືນແຜ່ນດິນ ແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງທັນການ ບົນພື້ນຖານກົດໝາຍສາກົນ.
        ກ່ຽວກັບບັນຫາທາງທະເລ, 2 ຝ່າຍຢືນຢັນວ່າ ຈະເຄົາລົບຄວາມຮັບຮູ້ລວມທີ່ສຳຄັນລະຫວ່າງການນຳຂັ້ນສູງລະຫວ່າງ 2 ພັກ, 2 ລັດ ແລະ “ຂໍ້ຕົກລົງບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາຢູ່ທະເລຫວຽດນາມ - ຈີນ” ຢ່າງເຂັ້ມງວດ, ເຫັນດີຊຸກຍູ້ການແກ້ໄຂບັນຫາທະເລໃຫ້ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກົດໝາຍວ່າດ້ວຍທະເລ ປີ 1982; ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ແກ້ໄຂບັນດາບັນຫາທາງທະເລຢ່າງສົມເຫດສົມຜົນ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຊຸກຍູ້ການຮ່ວມມືໃຫ້ເໝາະສົມ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ.
        ພ້ອມກັນນັ້ນ, 2 ຝ່າຍໄດ້ເຫັນດີສືບຕໍ່ພ້ອມກັບບັນດາປະເທດອາຊຽນ ປະຕິບັດ “ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ລະຫວ່າງອາຊຽນ - ຈີນ” (DOC) ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນໂດຍໄວ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.
        ໃນເວລາດຳເນີນການເຈລະຈານີ້, ຮອງລັດຖະມົນຕີການຕ່າງປະເທດ 2 ປະເທດໄດ້ຈັດກອງປະຊຸມ, ທົບທວນຄືນສະພາບການພົວພັນລະຫວ່າງ 2 ປະເທດໃນປີ 2018, ສຸມໃສ່ແລກປ່ຽນກ່ຽວກັບຈຸດສຸມຂອງການພົບປະແລກປ່ຽນ, ການຮ່ວມມືລະຫວ່າງ 2 ປະເທດໃນປີ 2019 ແລະ ບັນດາບັນຫາໃນການພົວພັນ 2 ຝ່າຍຫວຽດນາມ - ຈີນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top