• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນຢູ່ພາຍໃນ ແລະ ຕ່າງປະເທດ

      ວັນທີ 17 ພຶດສະພາ, ຢູ່ນະຄອນຫຼວງ Praha, ສະຖານທູດຫວຽດນາມ ປະຈຳສ.ເຊັກໂກ ໄດ້ຈັດພິທີສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19/05/1890 – 19/05/2018).

(ສະຖານທູດຫວຽດນາມ ປະຈຳສ.ເຊັກໂກ ໄດ້ຈັດພິທີ
ສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ)
      ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ໂຮ່ມິນຕ໋ວນ ໄດ້ສັງລວມຊີວິດ ແລະ ພາລະກິດປະຕິວັດຂອງປະທານໂຮ່ຈິມິນ ໂດຍສັງເຂບຜ່ານແຕ່ລະໄລຍະປະຫວັດສາດ. ກໍ່ຢູ່ພິທີ, ບັນດາຜູ້ແທນໄດ້ກ່າວຄຳເຫັນ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່ບັນດາການອຸທິດສ່ວນຢ່າງໃຫຍ່ຫຼວງຂອງປະທານໂຮ່ຈິມິນ ຕໍ່ພາລະກິດແຫ່ງການປະຕິວັດຂອງປະເທດຊາດ ແລະ ໝັ້ນໝາຍຈະພ້ອມກັບລູກຫຼານ ລຸ້ນຫຼັງປົກປັກຮັກສາມໍລະດົກເຊິ່ງປະທານໂຮ່ຈິມິນ ປະໄວ້ໃຫ້ຢ່າງໝັ້ນຄົງ.
      ແລະກໍ່ໃນວັນທີ 17 ພຶດສະພາ, ອຳນາດການປົກຄອງນະຄອນ St. Petersburg ໄດ້ຈັດພິທີສະເຫຼີມສະຫຼອງ 95 ປີແຫ່ງວັນປະທານໂຮ່ຈິມິນ ມາ ລັດເຊຍ ເປັນຄັ້ງທຳອິດ (30/06/1923 – 30/06/2018). ເຂົ້າຮ່ວມພິທີມີທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ພ້ອມກັບການນຳຫຼັກແຫຼ່ງບາງທ່ານຂອງນະຄອນໂຮ່ຈິມິນ, ຜູ້ຕາງໜ້າບັນດາຄະນະ, ຂະແໜງການຂອງນະຄອນ St. Petersburg
      ແລະຢູ່ສູນພາບຖ່າຍຂອງສະມາຄົມບັນດານັກຂ່າວລັດເຊຍ ຢູ່ນະຄອນຫຼວງມົດສະກູ ກໍ່ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ຫງວຽນອ໋າຍກອັກ - ໂຮ່ຈິມິນ ດ້ວຍນ້ຳໃຈມິດຕະພາບຫວຽດນາມ - ລັດເຊຍ” ເຊັ່ນດຽວກັນ.
ຕອນເຊົ້າວັນທີ 18 ພຶດສະພາ, ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ໂດຍທ່ານນາງຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໂງທິແທງຮັ່ງ ນຳໜ້າໄດ້ເຂົ້າສຸສານ ໄວ້ອາໄລປະທານໂຮ່ຈີມິນ.
        ແລະກໍ່ໃນຕອນເຊົ້າວັນທີ 18 ພຶດສະພາ, ຄະນະພັກແຂວງ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ເງະອານ ໄດ້ຈັດຕັ້ງພິທີຖະຫວາຍດອກໄມ້, ທູບທຽນຢູ່ເຂດປູຊະນີຍະສະຖານ ກິມລຽນ, ເມືອງນາມດ່ານ, ແຂວງ ເງະອານ.

ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ສະຫວັນນະເຂດ, ສປປ ລາວ 
ໄດ້ຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ
      ກໍ່ໃນຕອນເຊົ້າຂອງວັນດຽວກັນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ ສະຫວັນນະເຂດ, ພາກກາງລາວ ກໍ່ໄດ້ສົມທົບກັບຄະນະຄຸ້ມຄອງບັນດາເຂດປູຊະນີຍະສະຖານປະຫວັດສາດ - ວັດທະນະທຳແຂວງ ສະຫວັນນະເຂດ ຈັດຕັ້ງພິທີຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານ ໄຊຍະພຸມ, ເທດສະບານ ໄກສອນ ພົມວິຫານ.
        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 17 ພຶດສະພາ, ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ Algiers ຂອງ Algeria, ທ່ານ ຟ້າມກວກຈຸ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Algeria ພ້ອມກັບພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການກ່ຽວຂ້ອງ ຈັດຕັ້ງພິທີຖະຫວາຍທູບທຽນດອກໄມ້ສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top