• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຫຼາຍຢ່າງ

      ຕອນເຊົ້າວັນທີ 19 ມິຖຸນາ, ນະຄອນ ໂຮ່ຈີມິນ ໄດ້ເລີ່ມຜັນຂະຫຍາຍບັ້ນສັກວັກຊິນກັນພະຍາດໂຄວິດ - 19 ທີ່ມີຂອບຂະໜາດໃຫຍ່ທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ. ນີ້ແມ່ນງວດວັກຊິນມີ 836.000 ໂດສ ໂດຍລັດຖະບານ ຫວຽດນາມ ຈັດແບ່ງໃຫ້ນະຄອນ ໂຮ່ຈີມິນ. ຕາມແຜນການແລ້ວ, ນະຄອນ ໂຮ່ຈີມິນ ຈະດຳເນີນການສັກວັກຊິນຈຳນວນດັ່ງກ່າວ ໃນຮອບເວລາແຕ່ 5 ຫາ 7 ວັນ, ເຊິ່ງເລີ່ມແຕ່ວັນທີ 19 ມິຖຸນາ, ຢູ່ສະຖານທີ່ສັກວັກຊິນ 1.000 ແຫ່ງ.
ປິດເຂດຕະຫຼາດ ກົກເລ໊ວ ແຂວງ ລາວກາຍ (ພາບ: TTXVN)
      ວັນທີ 18 ມິຖຸນາ, ຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງແຂວງ ລາວກາຍ ແລະ ຮວ່າບິ່ງ ໄດ້ດຳເນີນກອງປະຊຸມເພື່ອປຶກສາຫາລື ກ່ຽວກັບການຜັນຂະຫຍາຍປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນສະພາບການໃໝ່. ທັງສອງແຂວງ  ຕ່າງກໍເນັ້ນໜັກວ່າ ຈະສືບຕຳຂົນຂວາຍປຸກລະດົມການເຂົ້າຮ່ວມຂອງທັງລະບົບການເມືອງ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ” ແລະ ຮັບປະກັນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ; ປະຕິບັດມາດຕະການຄົ້ນຫາປະຫວັດການສຳຜັດໄປ - ມາ ໂດຍດ່ວນ, ຈັດການແຍກຕົວ, ເກັບຕົວຢ່າງກວດຫາເຊື້ອ ສຳລັບບັນດາກໍລະນີທີ່ມີສ່ວນກ່ຽວຂ້ອງກັບກໍລະນີເປັນບວກກັບເຊື້ອພະຍາດດັ່ງກ່າວ ແລະ ນຳໃຊ້ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເໝາະສົມ.
ໃນວັນດຽວກັນ, ສະພາກາແດງ ແຂວງ ຫວິ້ງຟຸກ ໄດ້ຮັບຈຳນວນເງິນ 2,5 ຕື້ດົ່ງ ໂດຍບໍລິສັດ Honda ຫວຽດນາມ ແລະ ບໍລິສັດ Toyota Boshoku ຈຳກັດ ໄດ້ອຸປະຖຳແກ່ການຊື້ວັກຊິນກັນພະຍາດໂຄວິດ - 19. ແຂວງ ຫວີ້ງຟຸກ ໃຫ້ຄຳໝັ້ນສັນຍາວ່າ ເມື່ອມີວັກຊິນຢ່າງພຽງພໍແລ້ວ, ຈະຈັດຕັ້ງການສັກວັກຊິນຢູ່ບັນດາວິສາຫະກິດຫຼັກແຫຼ່ງໃນບໍລິເວນແຂວງ. 
 (ແຫຼ່ງຄັດຈາກ VOV)


ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top