• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ລະຫວ່າງ ຫວຽດນາມ - ລາວ

      ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີເມວ 366ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຢ່າງຊອກຮູ້ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການສຶກສາລະຫວ່າງສອງປະເທດ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ການນຳແຂວງວຽງຈັນມອບເງິນສະໜັບສະໜູນການປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ແຂວງ ຫ໋າຍເຢືອງ (ພາບ: TTXVN)
      ໃນອາທິດຜ່ານມາ, ເພື່ອນສຸກສາຄອນ, ສຸມາລີ, ສຸກດາວັນໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນທີ່ວ່າ “ຂໍຂອບໃຈລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມທີ່ໄດ້ແນະນຳໃຫ້ພວກຂ້າພະເຈົ້າບັນດາການເຄື່ອນໄຫວລະຫວ່າງຫວຽດນາມແລະລາວທີ່ໄດ້ດຳເນີນໃນອາທິດຜ່ານມາ”
            ທ່ານຜູ້ຟັງທີ່ເຄົາລົບ, ໃນໄລຍະເກີດໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ຊຶ່ງເຮັດໃຫ້ທັງສອງປະເທດຫວຽດນາມ ແລະ ລາວຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ສຸ່ມສະຕິຢູ່ລະດັບສູງເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ຫວຽດນາມ ແລະ ລາວ ຍາມໃດກໍ່ເອົາໃຈໃສ່ຕໍ່ການແປ່ງບັນຄວາມຫຍຸ້ງຍາກລຳບາກ, ພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍ. ມີການເຄື່ອນໄຫວມອບຮັບ, ໜູນຊ່ວຍວັດຖຸອະປຸກອນການແພດຫຼາຍຢ່າງ ເພື່ອແນໃສ່ປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ຂອງທັງສອງປະເທດໄດ້ຮັບການຈັດຂຶ້ນ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນຳບາງການເຄື່ອນໄຫວໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຈຳນວນໜຶ່ງລະຫວ່າງສອງປະເທດທີ່ໄດ້ດຳເນີນໃນອາທິດຜ່ານມາ.
            ຕອນບ່າຍວັນທີ 14 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານນາງຈິ້ງທິເຕີມອັກຄະລັດຖະທູດຫວຽດນາມປະຈຳລາວໄດ້ໃຫ້ການຕ້ອນຮັບທ່ານ ທອງສະຫວັນ ວົງສຳພັນ ຜູ້ນຳໜ້າຄະນະຜູ້ແທນແຂວງວຽງຈັນ ມອບເງິນຈຳນວນ 100 ລ້ານກີບໃຫ້ແກ່ແຂວງ ຫ໋າຍເຢືອງ ເພື່ອນຳໃຊ້ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
            ແລະກໍ່ໃນວັນທີ 14 ມິຖຸນາ, ຢູ່ດ່ານຊາຍແດນສາກົນເກົາແຈວ (ຮ່າຕິງ), ຄະນະກຳມະການປະຊາຊົນ ຄະນະກຳມະການແນວໂຮມປະເທດຊາດແຂວງ ເງະອານ ໄດ້ຈັດພິທີມອບໂຄງການສຸກສາລາທະຫານ - ປະຊາຊົນນ້ຳອອນ ແລະ ສະບຽງອາຫານ, ອຸປະກອນການແພດເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ອຳນາດການປົກຄອງ, ກຳລັງປະກອບອາວຸດແຂວງບໍລິຄຳໄຊ (ປະເທດລາວ).
            ກ່ອນໜ້ານັ້ນ, ໃນວັນທີ 12 ມິຖຸນາ, ຜູ້ຕາງໜ້າອຳນາດການປົກຄອງແຂວງ ຜົ້ງສາລີ ໄດ້ມາຍັງສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ເພື່ອມອບເງິນເປັນຈຳນວນ 150 ລ້ານກີບໜູນຊ່ວຍ 6 ແຂວງຫວຽດນາມລວມມີ: ລາຍເຈົາ, ເຊີນລາ, ຝູເຖາະ, ວິງຟຸກ, ຕວຽນກວາງ ແລະ ທ້າຍງວຽນ ເພື່ອຮັບມືກັບໂລກລະບາດໂຄວິດ - 19.
            ເພື່ອນ ໜູເພັດ ພວມເຮັດວຽກແລະດຳລົງຊີວິດຢູ່ແຂວງວຽງຈັນໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບຄວາມໝາຍຂອງວັນບຸນດວານເງາະຢູ່ຫວຽດນາມ, ເປັນຫຍັງຈິ່ງໄດ້ເອີ້ນວ່າວັນບຸນຂ້າແມງໄມ້? ນອກຈາກ ຫວຽດນາມ ແລ້ວ, ມີປະເທດໃດອີກບໍ່ທີ່ມີວັນບຸນດັ່ງກ່າວ? ຂໍຂອບໃຈ.
            ເພື່ອນ ໜູເພັດ ທີ່ຮັກແພງ! ວັນບຸນດວານເງາະໄດ້ຈັດຂຶ້ນໃນວັນທີ 5 ເດືອນ 5 ໄລ່ຕາມຈັນທະປະຕິທິນຫວຽດນາມ ຂອງທຸກປີ, ໃນນັ້ນ “ດວານ” ໝາຍຄວາມວ່າເລີ່ມຕົ້ນ, “ເງາະ” ແມ່ນໄລຍະເວລາແຕ່ 11ໂມງເຊົ້າຫາ 1 ໂມງສວາຍ, ດັ່ງນັ້ນວັນບຸນດວາມເງາະໄດ້ຈັດໃນຕອນທ່ຽງ. ນີ້ແມ່ນໜຶ່ງໃນວັນດາວັນບຸນທີ່ເປັນມູນເຊື້ອທີ່ມີເນື້ອໃນວັດທະນະທຳອຸດົມສົມບູນຕິດພັນກັບບົດຮຽນ, ປະສົບການຂອງປະຊາຊົນກໍ່ຄືການເຄື່ອນໄຫວຜະລິດລະດູການໃນປີ.
            ຢູ່ ຫວຽດນາມ, ວັນບຸນດວາມເງາະຍັງໄດ້ເອີ້ນວ່າ “ວັນບຸນຂ້າແມງໄມ້”. ເຂົ້າໃຈງ່າຍໆວ່າ, ນີ້ແມ່ນວັນເລີ່ມຕົ້ນການຂ້າແມງໄມ້ທີ່ເປັນສັດຕູພືດກໍ່ຜົນຮ້າຍຕໍ່ຕົ້ນໄມ້. ຍ້ອນວ່າຫວຽດນາມແມ່ນປະເທດກະສິກຳດັ່ງນັ້ນວັນບຸນດັ່ງກ່າວໄດ້ມີຄວາມສຳຄັນຍິ່ງ. ນອກຈາກຫວຽດນາມແລ້ວ, ວັນບຸນດວານເງາະຍັງແມ່ນວັນບຸນປະເພນີຢູ່ບາງປະເທດອາຊີຕາເວັນອອກຕ່າງໆຄື: ສປປ.ເກົາຫຼີ, ໄຕ້ຫວັນ (ຈີນ), ຍີ່ປຸ່ນ, ແລະຈີນ.
            ໃນອີເມວຂອງເພື່ອນອະນຸສິດຢູ່ແຂວງຊຽງຂວາງຂຽນວ່າ: “ຂ້າພະເຈົ້າຢາກຊອກຮູ້ບັນດາການເຄື່ອນໄຫວລົງທຶນຈາກບັນດາປະເທດໃນພາກພື້ນອາຊຽນທີ່ມາລົງທຶນຢູ່ລາວ. ຜ່ານມາ, ຢູ່ແຂວງຊຽງຂວາງ, ບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk) ໄດ້ເປີດຕົວໂຄງການຮ່ວມທຸລະກິດງົວພັນນົມຫວຽດນາມ - ລາວ - ຍີ່ປຸ່ນແລະລົງມືກໍ່ສ້າງໜ່ວຍຟາມ“Resort” ງົວພັນນົມ Organic. ໜ່ວຍຟາມດັ່ງກ່າວຈະປະກອບສ່ວນໃດໜຶ່ງບໍ່ໜ້ອຍເຂົ້າໃນ GDP ຂອງປະເທດລາວທີ່ມີພົນລະເມືອງ 7 ລ້ານຄົນຂອງພວກຂ້າພະເຈົ້າ. ດັ່ງນັ້ນຜ່ານລາຍການ, ຂ້າພະເຈົ້າຢາກຮັບຟັງການແນະນຳໂດຍຫຍໍ້ກ່ຽວກັບຂອບຂະໜາດຂອງໜ່ວຍຟາມດັ່ງກ່າວ
            ເພື່ອນອະນຸສິດທີ່ຮັກແພງພາຍຫຼັງການຄົ້ນຄ້ວາຊອກຮູ້ມາເປັນເວລາຫຼາຍປີເຊິ່ງເຫັນໄດ້ຄວາມສາມາດບົ່ມຊ້ອນເພື່ອພັດທະນາກະສິກຳແລະທ່າໄດ້ປ່ຽບໃນການພັດທະນາການລ້ຽງງົວນົມຢູ່ເຂດພູພຽງຊຽງຂວາງ (ລາວ). ດັ່ງນັ້ນຮອດທ້າຍປີ 2018, Vinamilk ໄດ້ລົງທຶນປະຕິບັດໂຄງການພັດທະນາ ການລ້ຽງງົວນົມດ້ວຍຂອບຂະໜາດໃຫຍ່ຢູ່ທີ່ນີ້ໂຄງການນີ້ນອນໃນຍຸດທະສາດເປີດກວ້າງແຫຼ່ງວັດຖຸດິບນົມສົດຂອງ Vinamilk.
            ໄລຍະທີ 1 ໂຄງການມີເນື້ອທີ່ຕາມການວາງແຜນທັງໝົດ 5.000 ເຮັກຕາ, ດ້ວຍຂອບຂະໜາດຝູງງົວ 24.000 ໂຕ. ໂດຍສຸມໃສ່ພັດທະນາໂຄງການພິເສດນີ້, ຄາດວ່າVinamilk ຈະຍົກລະດັບການລົງທຶນໃຫ້ແກ່ໄລຍະນີ້ຂຶ້ນເຖິງ 150 ລ້ານ USD.
            ປັດຈຸບັນ Vinamilk ພວມຢູ່ໃນວິວັດການສ້າງ ເຂດຟາມລ້ຽງງົວທຳອິດດ້ວຍຝູງງົວ 8000 ໂຕດ້ວຍຂອບຂະໜາດນີ້ຟາມອາດຈະສະໜອງນົມສົດກ່ວາ 120 ໂຕນ/ວັນປະມານເກືອບ 44.000 ໂຕນ/ປີ.
            ໂລກລະບາດໂຄວິດ - 19 ພວມກໍ່ຜົນກະທົບຕໍ່ແຜນການສ້າງໂຄງການນີ້ເຖິງຢ່າງໃດກໍ່ຕາມຕາມຂໍ້ມູນຂ່າວຈາກຝ່າຍວິສາຫະກິດແລ້ວດ້ວຍຄວາມຄືບໜ້າຄືໃນປັດຈຸບັນຄາດວ່າຮອດໄຕມາດທີ I/ປີ2022, ຟາມງົວນົມຢູ່ຊຽງຂວາງຈະສາມາດຜະລິດ ນົມງົວໄດ້.
            ຕາມແຜນການແລ້ວໃນປີນີ້, Vinamilk ຈະນຳເຂົ້າງົວຕື່ມອີກ 5000 ໂຕໃນນັ້ນມີສ່ວນໜຶ່ງແມ່ນຮັບໃຊ້ໃຫ້ແກ່ໂຄງການຢູ່ລາວ.
            ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ລາຍການກະຈາຍສຽງພາກພາສາລາວວິທະຍຸກະຈາຍສຽງຫວຽດນາມເຮືອນເລກທີ 45 ຖະໜົນ ບ່າຈ້ຽວຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.comທ່ານຜູ້ຟັງກໍ່ສາມາດ Comment(ສະແດງຄຳເຫັນ) ໃນເວັບໄຊ vovworld.vn ຂອງພວກເຮົາໄດ້.ຂໍຂອບໃຈ!
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top