• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວວັດທະນະທຳ-ທ່ອງທ່ຽວ ທີ່ມີຫົວເລື່ອງ “ລະດູບານໃໝ່ນ້ອຍ”

      ມີການເຄື່ອນໄຫວກ່ຽວກັບຫົວເລື່ອງທະເລ ໝູ່ເກາະຂອງບ້ານເກີດເມືອງນອນ ຊື່ງໄດ້ວາງສະແດງບັນດາຮູບພາບ, ວັດຖຸພັນ, ຟິມເອກະສານກ່ຽວກັບທະເລ ໝູ່ເກາະ.
ພາບ: qdnd.vn
          ນັບແຕ່ວັນທີ 1 ມີນາ, ຄະນະຄຸ້ມຄອງໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ ໄດ້ຈັດບັນດາການເຄື່ອນໄຫວດ້ວຍຫົວເລື່ອງ “ລະດູບານໃໝ່ນ້ອຍ” ໃນຕະຫຼອດເດືອນມີນາຢູ່ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ, ເທດສະບານຕາແສງເຊີນໄຕ, ຮ່າໂນ້ຍ.
ການເຄື່ອນໄຫວດັ່ງກ່າວມີການເຂົ້າຮ່ວມຂອງປະຊາຊົນປະມານ 100 ຄົນຂອງ 14 ຊົນເຜົ່າຄື: ໄຕ, ນຸ່ງ, ຢ້າວ, ໄທ, ຂະມຸ….ນອກຈາກນັ້ນກໍ່ມີການເຄື່ອນໄຫວກ່ຽວກັບຫົວເລື່ອງທະເລ ໝູ່ເກາະຂອງບ້ານເກີດເມືອງນອນ ຊື່ງໄດ້ວາງສະແດງບັນດາຮູບພາບ, ວັດຖຸພັນ, ຟິມເອກະສານກ່ຽວກັບທະເລ ໝູ່ເກາະ. ຈຸດພົ້ນເດັ່ນແມ່ນລາຍການສະແດງສິລະປະ “ບົດເພງແຫ່ງຄວາມຮັກຈາກທະເລ”. ນີ້ແມ່ນລາຍການສະແດງສິລະປະສັງລວມ ຊື່ງແມ່ນການປະສົມລະຫວ່າງຈິດໃຈມຸ່ງໄປສູ່ທະເລ ໝູ່ເກາະ ແລະ ຄວາມຮັກຕໍ່ປະເທດຊາດ.
ເຂົ້າຮ່ວມລາຍການ, ແຂກທ່ອງທ່ຽວຍັງໄດ້ພົບປະແລກປ່ຽນດ້ານສິລະປະ, ສະແດງບັນດາປະເພດສິລະປະພື້ນເມືອງທີ່ດີເດັ່ນທີ່ເຕັ່ມໄປດ້ວຍສີສັນຂອງລະດູບານໃໝ່.
 (ແຫຼ່ງຄັດຈາກ VOV)
 
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top