• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ ຢູ່ຫວຽດນາມ

ຕອນເຊົ້າວັນທີ 09 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະເຈລະຈາກັບທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez

(ພາບ: TTXVN)

ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ; ສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍ ແລະ ແລກປ່ຽນຄະນະຜູ້ແທນຂັ້ນກະຊວງ, ຂະແໜງການ, ພິເສດແມ່ນກົນໄກຄະນະກຳມະການລະຫວ່າງລັດຖະບານ, ຜ່ານນັ້ນຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ; ຜັນຂະຫຍາຍສັນຍາການຄ້າໃໝ່ໃຫ້ບັນລຸປະສິດທິຜົນ ມຸ່ງໄປເຖິງການເພີ່ມວົງເງິນການຄ້າຂຶ້ນທົບ 2 ເທົ່າໃນຮອບເວລາ 4 ປີຈະມາເຖິງ; 2 ຝ່າຍເຫັນດີນຳກັນສົມທົບກັນວ່າ ຈະຈັດຕັ້ງກອງປະຊຸມຄັ້ງທີ 36 ຄະນະກຳມະການລະຫວ່າງລັດຖະບານໃນທ້າຍປີ 2018…


(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະເຈລະຈາກັບທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez)

ແລະກໍ່ຕອນບ່າຍວັນດຽວກັນ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez. ທີ່ການພົບປະເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດປະຕິວັດອັນຊອບທຳຂອງປະຊາຊົນກູບາ ອ້າຍນ້ອງ, ຖືເປັນສຳຄັນ, ປົກປັກຮັກສາ ແລະ ປະກອບສ່ວນພັດທະນານ້ຳໃຈສາມັກຄີ, ມິດຕະພາບ ແລະ ການພົວພັນຮ່ວມມືແບບພິເສດລະຫວ່າງຫວຽດນາມ - ກູບາ ຍິ່ງກວ່າອີກ, ພ້ອມທັງສຶກສາໃຫ້ລຸ້ນໜຸ່ມສືບທອດມູນເຊື້ອການພົວພັນລະຫວ່າງ 2 ປະເທດ.

        ສ່ວນທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez ສະແດງຄວາມຫວັງວ່າ, ສະພາແຫ່ງຊາດ 2 ປະເທດຈະຮ່ວມມືກັນຢ່າງແໜ້ນແຟ້ນ, ແລກປ່ຽນບົດຮຽນດ້ານນິຕິບັດຍັດ ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລັດຖະສະພາສາກົນ.

 
ການໂອ້ລົມສົນທະນາກັບວິສາຫະກິດ 2 ປະເທດ

(ພາບ: TTXVN)

ຕອນບ່າຍວັນທີ 09 ພະຈິກ, ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez ແລະ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເປັນປະທານການໂອ້ລົມສົນທະນາກັບວິສາຫະກິດ 2 ປະເທດ.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ Miguel Mario Diaz Canel Bermudez ໃຫ້ຮູ້ວ່າ, ປະຈຸບັນ ມີນັກລົງທຶນທີ່ມາຈາກຫຼາຍປະເທດເຂົ້າມາຮ່ວມມື, ລົງທຶນຢູ່ກູບາ. ເຖິງຢ່າງໃດກໍ່ຕາມ, ນັກລົງທຶນ ຫວຽດນາມ ຍາມໃດກໍ່ມີບົດບາດ, ທີ່ຕັ້ງພິເສດ, ຍ້ອນ 2 ປະເທດມີຄວາມສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ກູບາ ປາດຖະໜາວ່າ, ວິສາຫະກິດຫວຽດນາມ ຈະເປີດກວ້າງການລົງທຶນໄປສູ່ຫຼາຍຂົງເຂດກວ່າອີກຄື: ການບິນພົນລະເຮືອນ, ເຕັກໂນໂລຊີຊີວະສາດ, ຜະລິດຢຸກຢາ…

        ທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ, ເລື່ອງລັດຖະບານ 2 ປະເທດລົງນາມໃນສັນຍາການຄ້າໃໝ່ຫວຽດນາມ - ກູບາ ໃນຂອບເຂດການຢ້ຽມຢາມຂອງທ່ານປະທານກູບາ ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດ, ແທດຈິງ, ສ້າງກອບກົດໝາຍທີ່ສະດວກ, ສ້າງບາດກ້າວບຸກທະລຸໃນການຮ່ວມມື 2 ຝ່າຍ, ສ້າງປະຖົມປັດໃຈເພື່ອໃຫ້ 2 ຝ່າຍສູ້ຊົນນຳການພົວພັນດ້ານການຄ້າລະຫວ່າງ 2 ປະເທດຈາກລະດັບກວ່າ 200 ລ້ານ USD ໃນປະຈຸບັນ ຂຶ້ນເຖິງ 500 ລ້ານ USD ໃນປີ 2022.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top