• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການາດາປະກອບຈຳນວນເງິນ 3.5 ລ້ານໂດລາການາດາ ໃຫ້ແກ່ກອງທຶນຮັບມືກັບໂລກລະບາດໂຄວິດ 19 ຂອງອາຊຽນ

      ປີນີ້, ການາດາ ແລະ ອາຊຽນ ຈະສະເຫຼີມສະຫຼອງ 44 ປີແຫ່ງວັນການພົວພັນຄູ່ຮ່ວມມື.
(ພາບ:nhandan.com.vn)
      ວັນທີ 7 ພຶດສະພາ,  ສະຖານທູດການາດາ ປະຈຳຫວຽດນາມ ປະກາດວ່າ ການາດາ ປະກອບຈຳນວນເງິນ 3.5 ລ້ານໂດລາການາດາ ໃຫ້ແກ່ກອງທຶນຮັບມືກັບໂລກລະບາດໂຄວິດ 19 ຂອງອາຊຽນ. ນີ້ແມ່ນກອງທຶນພາກພື້ນເພື່ອແນໃສ່ຮັບປະກັນໃຫ້ບັນດາປະເທດສະມາຊິກອາຊຽນ ສາມາດສຳຜັດກັບບັນດາແຫຼ່ງທຶນສຳຄັນສະຫງວນໃຫ້ວັກຊິນ, ວັດຖຸອຸປະກອນການແພດ ແລະ ການຄົ້ນຄ້ວາເພື່ອຟື້ນຟູຫຼັງໂລກລະບາດ ຢ່າງສະເໝີພາບ.
  ທ່ານນາງ Diedrah Kelly, ເອກອັກຄະລັດຖະທູດການາດາ ປະຈຳອາຊຽນ ແບ່ງປັນວ່າ, ປີນີ້, ການາດາ ແລະ ອາຊຽນ ຈະສະເຫຼີມສະຫຼອງ 44 ປີແຫ່ງວັນການພົວພັນຄູ່ຮ່ວມມື ແລະ ການໜູນຊ່ວຍນີ້ ແມ່ນໜຶ່ງໃນບັນດາຕົວຢ່າງ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງການາດາ ເອົາ ປຊຊ ເປັນໃຈກາງ ແລະ ການພົວພັນຄູ່ຮ່ວມມືອີງຕາມຄວາມຕ້ອງການຂອງອາຊຽນ. ບ້ວງເງິນໜູນຊ່ວຍນີ້ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງການາດາ ໃນການພົວພັນຄູ່ຮ່ວມມືກັບ ອາຊຽນ, ບຸລິມະສິດການລົງທຶນພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຊຸກຍູ້ຄວາມວັດທະນາຖາວອນ, ສະຖຽນລະພາບ ແລະ ຄວາມໝັ້ນຄົງດ້ານສາທາລະນະສຸກຂອງພາກພື້ນ ໃນສະພາບເກີດໂລກລະບາດໂຄວິດ 19 ແລະ ຍີ່ງໄປກ່ວານັ້ນອີກ.
 (ແຫຼ່ງຄັດຈາກ VOV)
 

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top