• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືທາງການຄ້າ ຫວຽດນາມ - ສະຫະພັນ ລັດເຊຍໃນສະພາບການເກີດໂລກລະບາດ Covid – 19`

      ທ່ານ ເລຮ່ວາງຕ່າຍ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຢັ້ງຢືນວ່າ ຍາມໃດ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດສະຫະພັນ ລັດເຊຍໃນການຊອກຫາກາລະໂອກາດທຳມາຫາກິນຢູ່ ຫວຽດນາມ.
ກອງປະຊຸມສຳມະນາທາງອອນລາຍ “ຍູ້ແຮງການຮ່ວມມືດ້ານການຄ້າ ລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ”
      ວັນທີ 15 ຕຸລາ, ກົມສົ່ງເສີມການຄ້າ “ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ” ໄດ້ສົມທົບກັບສະຖານທູດ ສະຫະພັນ ລັດເຊຍປະຈຳ ຫວຽດນາມ, ຫ້ອງການການຄ້າ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ Saint Petersburg ແລະ ບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ “ຍູ້ແຮງການຮ່ວມມືດ້ານການຄ້າ ລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ”, ໂດຍມີການເຂົ້າຮ່ວມຂອງ ຜູ້ຕາງໜ້າວິສາຫະກິດສອງປະເທດເປັນຈຳນວນຫຼວງຫຼາຍ. ທ່ານ ເລຮ່ວາງຕ່າຍ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຢັ້ງຢືນວ່າ ຍາມໃດ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດສະຫະພັນ ລັດເຊຍໃນການຊອກຫາກາລະໂອກາດທຳມາຫາກິນຢູ່ ຫວຽດນາມ.
        ແລະກໍ່ໃນກອງປະຊຸມສຳມະນາ, ບັນດາຜູ້ແທນຝ່າຍລັດເຊຍໄດ້ຕີລາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ. ປັດຈຸບັນ ມີວິສາຫະກິດລັດເຊຍຫຼາຍແຫ່ງມີຄວາມສົນໃຈຕໍ່ສິນຄ້າ ຂອງຫວຽດນາມ. ການນຳສອງປະເທດລ້ວນແຕ່ຢັ້ງຢືນວ່າ ພ້ອມແລ້ວທີ່ຈະສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຊອກຫາກາລະໂອກາດດຳເນີນທຸລະກິດ, ລົງທຶນຢູ່ຕະຫຼາດຂອງກັນ. 
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top